ໜອງຂຽວ-ເມືອງງອຍ

ພູຜາ ແລະ ທະເລໝອກ: ໜອງຂຽວ ເມືອງງອຍ

ລອງຈິນຕະນາການສະຖານທີ່ທີ່ມີເວລາຢູ່, ໝູ່ບ້ານແຫ່ງໜຶ່ງຄືເມື່ອຫຼາຍຮ້ອຍປີກ່ອນນີ້ຖືກປົກຄຸມໄປດ້ວຍພູຜາ, ມີໝອກທີ່ລໍຖ້າຕ້ອນຮັບທ່ານທຸກໆເຊົ້າ, ນອນເປແຄມແມ່ນໍ້າຟັງສຽງທຳມະຊາດ.

ມື້ທີ 1

1. ໜອງຂຽວ

ເປັນສະຖານທີ່ແຫ່ງໜື່ງທີ່ມີທັດສະນີຍະພາບສວຍງາມທີ່ສຸດໃນປະເທດລາວ ໜອງຂຽວມີພູຜາຫີນປູນທີ່ສວຍງາມຄ້າຍ ຄືກັນກັບວັງວຽງ ແຕ່ບໍ່ມີນັກທ່ອງທ່ຽວປະຈົນໄພໄປຫຼາຍ, ຂົວຂ້າມນໍ້າອູເໜາະສຳລັບການຖ່າຍຮູບທຸກເວລາ ຈະມີເຮືອຫຼາຍສີສັນ ແລະ ຄົນຫາປາຢູ່ດ້ານລຸ່ມ, ທາງທິດຕາເວັນອອກຂອງນໍ້າອູ ມີວິວທິວທັດທຳມະຊາດ ແລະບ່ອນພັກທີ່ດີທີສຸດ ໜອງຂຽວຕັ້ງຢູ່ທາງທິດຕາເວັນຕົກ ແລະເປັນບ່ອນທີ່ທ່ານຈະພົບກັບບໍລິສັດທ່ອງທ່ຽວຕ່າງໆ ມີຫລາຍກິດຈະກຳ ທີ່ຕ້ອງເຮັດໃນຕົວເມືອງ ນັບຕັ້ງແຕ່ການຍ່າງປ່າຂື້ນພູຜາຈົນເຖິງການພາຍເຮືອຄາຍັກ, ແຕ່ຄົນສ່ວນຫຼາຍພຽງແຕ່ນັ່ງຢູ່ແຄມແມ່ນໍ້າ ແລະ ເພີດເພີນກັບຄວາມສະຫງົບ.

viewpoint-nongkhiaw

2. ຖໍ້າຜາທອກ

ຍ່າງບໍ່ໄກຈາກຂົວຢູ່ທາງທິດຕາເວັນອອກຂອງແມ່ນໍ້າ ໃນເມື່ອກ່ອນຖໍ້າແຫ່ງນີ້ເປັນຖານທີ່ໜັ້ນການປະຕິວັດຂອງປະເທດລາວໃນສະໄໝສົງຄາມກາງເມືອງ. ຖັດຈາກຂັ້ນໄດຂື້ນໄປຫາຖໍ້າ ທ່ານຈະເຫັນຮ່ອງຮອຍຂຸມຂອງລະເບີດ, ເປັນເວລາ 8 ປີ, ຖໍ້າດັ່ງກ່າວເປັນທີ່ຢູ່ອາໄສຂອງປະຊາຊົນ 300 ຄົນ. ພາຍໃນຖໍ້າໄດ້ແບ່ງອອກເປັນ 3 ພາກສ່ວນຄື: ໂຮງໝໍ, ກອງບັນຊາການທະຫານ ແລະກອງຕຳຫຼວດ. ໃນປັດຈຸບັນມີແຕ່ບາງສ່ວນທີ່ຫຼົງເຫຼືອຢູ່ໃນປະຫວັດສາດ, ແຕ່ທ່ານສາມາດເຫັນພື້ນທີ່ລ້ອມຮອບພາຍໃນຖໍ້າເຊິ່ງອະດີດເຈົ້າແຂວງຫຼວງພະບາງໄດ້ໄປລີ້ໄພໃນປີ 1968 ໃນລະຫວ່າງການສູ້ຮົບ.

3. ກິນເຂົ້າແຄມແມ່ນໍ້າ

ມີຮ້ານອາຫານຫຼາຍຮ້ານທີ່ຈະເຮັດໃຫ້ທ່ານເພີດເພີນໄປກັບເຄື່ອງດື່ມຕອນບ່າຍ ທີ່ບ້ານສົບຮຸນ. ບໍ່ວ່າທ່ານຈະມັກອາຫານອິນເດຍ, Hamburgers ຫລືອາຫານລາວທ່ານສາມາດຊອກຫາໄດ້ໃນເມືອງນີ້. ຖ້າທ່ານມັກຂອງຫວານໃຫ້ທ່ານແວະໄປທີ່ Delilah ຢູ່ທາງທິດຕາເວັນຕົກຂອງຂົວເຊິ່ງມີເຂົ້າໜົມຫຼາຍຢ່າງ ໃຫ້ທ່ານໄດ້ເລືອກກິນ.

ມື້ທີ 2

4. ຈຸດຊົມວິວ ເບິ່ງຕາເວັນຂື້ນ

ຈຸດຊົມວິວ ເບິ່ງຕາເວັນຂື້ນນີ້ແມ່ນຄຸ້ມຄ່າຫຼາຍໃນການຍ່າງຂື້ນພູສູງຊັນ ເຊິ່ງໃຊ້ເວລາຍ່າງຂື້ນພູ ປະມານ 1-1.5 ຊົ່ວ ໂມງ ຂື້ນກັບຮ່າງກາຍຂອງທ່ານ, ເມືອທ່ານຂື້ນໄປແລ້ວຈະເຫັນໝອກ ແລະທິວທັດທຳມະຊາດແບບ 360 ອົງສາຂອງຈຸດສຸງສຸດ.

5. ການລ່ອງເຮືອ

ທ່ານສາມາດຂີ່ເຮືອຈາກເມືອງ ໜອງຂຽວ ໄປຫາບ້ານເມືອງງອຍເກົ່າໄດ້ ເຊິ່ງເຮືອອອກເດີນທາງທຸກວັນ ເວລາ 11:00 ໂມງເຊົ້າຫາ 2:00 ໂມງແລງ ຫຼືທ່ານສາມາດຈ້າງເຮືອສ່ວນຕົວໄປໄດ້. ບໍ່ວ່າເສັ້ນທາງຈະເປັນແນວໃດ, ທ່ານຈະເພີດເພີນກັບທິວທັດທຳມະຊາດໃນຂະນະທີ່ທ່ານເດີນທາງໄປຕາມແມ່ນໍ້າໃນລະຫວ່າງທາງຈະຜ່ານປ່າໄມ້ໄຜ່ ບ້ານຊົນນະບົດ ແລະຟາມ ສຳລັບຊອມເບີ່ງນົກກະເດັນສີຟ້າສົດໃສ ທີ່ມັກຢູ່ຕົ້ມໄມ້ແຄມແມ່ນໍ້າ.

6. ບ້ານສົບກອງ (ນໍ້າຕົກຕາດໝອກ)

ຖ້າທ່ານກຳລັງເດີນທາງດ້ວຍເຮືອສ່ວນຕົວໃຫ້ຢຸດຢູ່ທີ່ບ້ານສົບກອງກ່ອນທີ່ຈະໄປຮອດບ້ານເມືອງງອຍ ແລະຍ່າງໄປຫານໍ້າຕົກຕາດໝອກ. ບ້ານດັ່ງກ່າວມີປະຊາຊົນຫຼາຍກ່ວາ 400 ຄົນ, ສ່ວນຫຼາຍແມ່ນຊົນເຜົ່າກຶ່ມມຸ. ເມື່ອທ່ານຍ່າງຜ່ານ ບ້ານ, ລ້ຽວຂວາໄປທີ່ທາງຕັດແລ້ວທ່ານຈະເຫັນປ້າຍນ້ອຍບ່ອນທີ່ທ່ານສາມາດຊື້ປີ້ເຂົ້າໄປໃນນໍ້າຕົກ. ຄົນທ້ອງຖິ່ນບໍ່ເວົ້າພາສາອັງກິດໄດ້ ແຕ່ສາມາດບອກທິດທາງທີ່ທ່ານຕ້ອງການໄປໄດ້, ຕາມເສັ້ນທາງມີທິວທັດທີ່ສວຍງາມ, ທົ່ງນາຂຽວງາມ ແລະພູຜາທີ່ປົກຄຸມດ້ວຍປ່າໄມ້.

7. ບ້ານເມືອງງງອຍ

ບ້ານເມືອງງອຍເປັນບ້ານທີ່ງຽບສະຫງົບອ້ອມຮອບດ້ວຍພູຜາສູງ. ມີບັງກາໂລຫຼາຍແຫ່ງຢູ່ລຽບແຄມແມ່ນໍ້າເພື່ອໃຫ້ທ່ານເລືອກໃຊ້ບໍລິການ ເຊັ່ນດຽວກັນກັບຮ້ານອາຫານ ຖ້າທ່ານຕ້ອງການໃຊ້ຊີວິດແບບທຳມະດາທີ່ບໍ່ມີຄວາມອຸກອັ່ງ ແລະ ມີຄວາມວຸ້ນວາຍ ບ້ານເມືອງງອຍ ແມ່ນສະຖານທີ່ທີ່ດີທີ່ສຸດເລີຍ.

ມື້ທີ 3

8.ຖໍ້າກ່າງ( ບ້ານນາ)

ຫ່າງຈາກຕົວເມືອງພຽງ 30 ນາທີ ທ່ານຈະເຫັນຖໍ້າກ່າງ, ພາຍໃນຖໍ້າແຫ່ງນີ້ມີສີ່ງສັກສິດ ເຊັ່ນດຽວກັບຖໍ້າຫຼາຍແຫ່ງໃນປະເທດລາວ, ຖໍ້າກ່າງຖືກນຳໃຊ້ເປັນບ່ອນພັກເຊົາໃນໄລຍະສົງຄາມສຳລັບປະຊາຊົນທ້ອງຖິ່ນ. ຖັດຈາກຖໍ້າຂ້າມຂົວໄມ້ໄຜ່ນ້ອຍ ທ່ານຈະເຫັນທົ່ງນາທີ່ສວຍງາມທີ່ສຸດ ມີນໍ້າສີຂຽວໄຫຼຜ່ານພູເຂົາອ້ອມຂ້າງ. ມີຕູບຕັ້ງຢູ່ຂ້າງຂົວໄມ້ໄຜ່ ເປັນຈຸດເໝາະສົມທີ່ຈະເພີດເພີນກັບທິວທັດທຳມະຊາດ, ຖ້າດີເມື່ອຍແລ້ວໃຫ້ຍ່າງຂື້ນໄປຕາມເສັ້ນທາງບ້ານນາເພື່ອຢ້ຽມຢາມບ້ານ.

9. ທ່ຽວຊົມບ້ານສົບແຈມ

ບ້ານສົບແຈມ ແມ່ນໜຶ່ງໃນບັນດາສະຖານທີ່ສວຍງາມທີ່ສຸດຂອງລາວ. ຖ້າທ່ານຕ້ອງການໃຊ້ເວລາເບິ່ງວ່າຄົນໃນທ້ອງຖິ່ນ ດຳລົງຊີວິດແບບໃດ ພວກເຮົາແນະນຳໃຫ້ໄປທ່ຽວຊົມສະຖານທີ່ອັນສວຍງາມແຫ່ງນີ້ໃນຕອນເຊົ້າ. ເຮືອຂອງທ່ານຈະໄປຮອດດອນຊາຍແຄມນໍ້ານ້ອຍບ່ອນທີ່ທ່ານຈະຍ່າງໄປຫາຕົວເມືອງທີ່ອ້ອມຮອບໄປດ້ວຍພູຜາປ່າດົງປົກຫຸ້ມດ້ວຍປ່າ ໄມ້. ທ່ານຈະເຫັນເຮືອນທີ່ສ້າງດ້ວຍວັດຖຸພື້ນເມືອງເຊັ່ນ: ໄມ້ໄຜ່ ແລະຕົ້ນໄມ້, ເດັກນ້ອຍຫລິ້ນເຄື່ອງຫຼີ້ນທີ່ເຮັດເອງເຮັດດ້ວຍວັດຖຸທ້ອງຖິ່ນ ແມ່ຍິງຕໍ່າຫູກທໍໄໝຢູ່ນອກເຮືອນ, ຜູ້ຊາຍສານແຫສານມອງໃສ່ປາ ຖ້າທ່ານຮູ້ສຶກມັກບັນຍາກາດບ້ານແຫ່ງນີ້ ກໍ່ຈະມີເຮືອນ(ໂຮມສະເຕ) ຢູ່ຫຼາຍບ່ອນທີ່ຈະຊ່ວຍໃຫ້ທ່ານໃຊ້ເວລາຢູ່ທີ່ນີ້ຫຼາຍຂື້ນ.

ການເຂົ້າເຖິງ

ມີລົດໂດຍສານເດີນທາງໄປໜອງຂຽວ, ການເດີນທາງໄປໜອງຂຽວ ຢ່າງໜ້ອຍຄວນຈະພັກຢູ່ໜອງຂຽວເປັນເວລາໜຶ່ງຄືນ ແລະ ຕອນເຊົ້າຈຶ່ງເດີນທາງໄປບ້ານເມືອງງອຍໂດຍທາງເຮືອ ໃຊ້ເວລາ 1 ຊົ່ວໂມງ, ມີເຮືອນພັກ ແລະ ບັງກາໂລຢູ່ລະຫວ່າງໜອງຂຽວ ແລະ ເມືອງງອຍ.

ອອກເດີນທາງ: ຫຼວງພະບາງ – ໜອງຂຽວ ເວລາ 09:30

ໜອງຂຽວ – ຫຼວງພະບາງ ເວລາ 09:00 / 11:00 / 14.00

ການເດີນທາງລົດໂດຍສານສາຍເໜືອ: ຫຼວງພະບາງ – ໜອງຂຽວ ເວລາ 9:00 ໂມງເຊົ້າ / 11:00 ໂມງເຊົ້າ / 2:00 ໂມງແລງ.

ຂີ່ເຮືອປະມານ 1 ຊົ່ວໂມງ, ອອກເດີນທາງ: ໜອງຂຽວ – ເມຶອງງອຍເວລາ 11 ໂມງເຊົ້າ /2.00 ນ.

ເມືອງງອຍ – ໜອງຂຽວ ເວລາ 09.00

ສູນຂໍ້ມູນຂ່າວສານການທ່ອງທ່ຽວເມືອງງອຍ ເປີດໃຫ້ບໍລິການ: ວັນຈັນ – ວັນສຸກ, ເວລາ 8:00-11:30 ໂມງເຊົ້າ ແລະ ຕອນບ່າຍ 13:30- 4:00.

Scroll to Top