ການຈັກສານ

ພາບລວມ

ທ່ານອາດສັງເກດເຫັນກະຕ່າໄມ້ໄຜ່ຂະໜາດໃຫຍ່ຕາມແຄມຖະໜົນຢູ່ຂ້າງທາງ, ກະຕ່າທັງຫຼາຍນີ້ມາຈາກບ້ານດອນແກ້ວ ບ້ານນີ້ເປັນບ້ານນ້ອຍທີ່ມີສະເໜ່ນີ້ຕັ້ງຢູ່ໃກ້ກັບບ້ານຜານົມ, ໃນບ້ານດອນແກ້ວຈະເຫັນຊາວບ້ານທີ່ຢູ່ກັບກອງໄມ້ໄຜ່ ຜ່າເປັນແຜ່ນບາງບາງ ແລະຍາວ ເອົາມາສານເຂົ້າກັນເປັນກະຕ່າໃຫຍ່, ບ້ານນີ້ຍັງບໍ່ໄດ້ເປັນທ່ອງທ່ຽວ ຈຶ່ງບໍ່ເຫັນສັນຍາລັກໃດໆທີ່ບອກກ່ຽວກັບເສັ້ນທາງ ຫຼືບອກວ່າທ່ານຮອດບ້ານນີ້ແລ້ວ, ເໝາະສໍາລັບນັກທ່ອງທ່ຽວທີ່ມັກຍ່າງ ແລະເບິ່ງວິຖີຊີວິດຂອງຄົນໃນທ້ອງຖິ່ນແບບບດັ້ງເດີມ.

  • ການຈັກສານໄມ້ໄຜ່ ເປີດທຸກວັນ ເວລາ 9:00 – 14:00 ໂມງ ບໍ່ເສຍຄ່າເຂົ້າຊົມ.
  • ການເດີນທາງເຂົ້າໄປບ້ານດອນແກ້ວແມ່ນໃຫ້ລ້ຽວຊ້າຍເຂົ້າໄປຖະໜົນດິນແດງ ທີ່ບ້ານຜານົມ ປະມານ 2 ກິໂລແມັດ.
Scroll to Top