ຕະຫຼາດກາງຄືນ

ພາບລວມ

  • ຕະຫຼາດກາງຄືນໃນຕົວເມືອງຫຼວງພະບາງເປັນສະຖານທີ່ ທີ່ທ່ານບໍ່ຄວນພາດ ຈະຕ້ອງໄປໃຫ້ໄດ້, ມີຜະລິດຕະພັນທາງດ້ານຫັດຖະກໍາທີ່ຫຼາກຫຼາຍ ຈາກພໍ່ຄ້າແມ່ຄ້າຫຼາຍກວ່າ 250 ກວ່າຮ້ານ ທີ່ໄດ້ມາຈໍາໜ່າຍສິນຄ້າທີ່ເຮັດດ້ວຍມື ທີ່ມີຄວາມປານີດ, ໃນຕະຫຼາດແຫ່ງນີ້ມີຜະລິດຕະພັນທາງດ້ານຫັດຖະກໍາທີ່ມີຄວາມຫຼາກຫຼາຍ ເຊິ່ງມາຈາກຫຼາຍກຸ່ມຊົນເຜົ່າ, ຈາກຫຼາຍບ່ອນ, ມີສິນຄ້າວາງຂາຍຫຼາຍປະເພດ ເຊັ່ນ: ປະເພດຜ້າ, ເຄື່ອງປັ້ນດິນເຜົາ, ເຄື່ອງວັດຖຸບູຮານ, ຮູບແຕ້ມໃສ່ເຈ້ຍປໍສາ, ຜະລິດຕະພັນກາເຟ, ຊາ, ຜ້ານວມ, ເກີບ, ເຄື່ອງເງິນ, ກະເປົາ, ເຄື່ອງປະດັບ, ເຄື່ອງໃຊ້ສໍາລັບໂຕະອາຫານທີ່ເຮັດຈາກລະເບີດທີ່ແຕກແລ້ວ, ມີສິນຄ້າທີ່ຫຼາກຫຼາຍທີ່ໜ້າສົນໃຈຢູ່ໃນຕະຫຼາດກາງຄືນແຫ່ງນີ້ທີ່ຍັງບໍ່ທັນເຫັນໄດ້ໝົດ.

  • ຕະຫຼາດກາງຄືນເປີດທຸກວັນ ແຕ່ເວລາ 17 ໂມງ ເຖິງ 22 ໂມງ.

ຕະຫຼາດກາງຄືນເປີດທຸກວັນ ແຕ່ເຕະຫຼາດນີ້ຕັ້ງຢູ່ຖະໜົນ ສີສະຫວ່າງວົງ ເລີ່ມຈາກ ສໍານັກງານທ່ອງທ່ຽວ ເຖິງ ຫໍພິພິດຕະພັນແຫ່ງຊາດ ແລະ ທຸກໆຕອນຄໍ່າ ຖະໜົນເສັ້ນນີ້ທີ່ມີຄວາມຍາວ 200-300 ແມັດ ຈະປິດການສັນຈອນ ເພື່ອເຮັດເປັນຕະຫຼາດກາງຄືນ.

ເປັນອີກໜຶ່ງສະຖານທີ່ສໍາຄັນ ທ່ານສາມາດໄປອຸດໜຸນຊ່ວຍເຂົາເຈົ້າ, ນອກຈາກເປັນການຊ່ວຍສົ່ງເສີມດ້ານອາຊີບຂອງເຂົາແລ້ວ ຍັງເປັນການສະໜັບສະໜູນໃຫ້ຄອບຄົວທີ່ມີການຜະລິດສິນຄ້ານັ້ນ ມີການພັດທະນາທັກສະຂອງພວກເຂົາ ແລະຊ່ວຍໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ. ຕະຫຼາດກາງຄືນເໝາະແກ່ການຍ່າງຫຼິ້ນໃນຍາມຄໍ່າຄືນ ເຖິງແມ່ນວ່າບໍ່ໄດ້ວາງແຜນໃນການຊື້ເຄື່ອງກໍຕາມ ແຕ່ຕະຫຼອດໄລຍະທາງຍັງມີອາຫານ ແລະ ເຄື່ອງດື່ມທີ່ຫຼາກຫຼາຍໃຫ້ໄດ້ລອງຊີມສໍາຜັດກັບລົດຊາດ, ເຂົ້າໄປທາງຮ່ອມນ້ອຍໆຂ້າງທາງໃຫຍ່ ທ່ານຈະໄດ້ສໍາຜັດລົດຊາດອາຫານທ້ອງຖິ່ນແບບດັ້ງເດີມແຊບ ຫຼາກຫຼາຍຊະນິດ ບໍ່ວ່າຈະເປັນເຂົ້າໜຽວ, ປີ້ງໄກ່, ຕໍາໝາກຮຸ່ງ, ແໜມ, ປີ້ງຢາ, ນໍ້າໝາກໄມ້ປັ່ນທີ່ປູກຕາມທ້ອງຖິ່ນ, ຊາ ແລະ ກາເຟ. ຕະຫຼາດກາກງຄືນເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ສາມາດຍ່າງທ່ຽວຊົມໄດ້ທຸກວັນ ແລະ ຈະໄດ້ເຫັນສິ່ງໃໝ່ ຫຼື ສິ່ງທີ່ທ່ານອາດບໍ່ເຄີຍເຫັນກໍໄດ້.

Scroll to Top