ການຕໍ່າແຜ່ນ (ຕໍ່າຫູກ)

ພາບລວມ

ທ່ານຈະໄດ້ເຫັນປະເພດຜ້າແພທີ່ມີທັງຄວາມສວຍງາມ ແລະເຕັກນິກທີ່ແຕກຕ່າງກັນຂອງແຕ່ລະຊົນເຜົ່າພາຍໃນປະເທດ, ຖ້າຍ່າງເລາະຕາມຕະຫຼາດກາງຄືນ ທ່ານຈະເຫັນປະເພດຜ້າທີ່ຫຼາກຫຼາຍຈາກຫຼາຍຊົນເຜົ່າບໍ່ວ່າຈະເປັນມົ້ງ, ກຶມມຸ, ອາຄາ, ໄທລື້ ແລະ ເຜົ່າອື່ນໆ. ຍ່າງ ຫຼື ຂີ່ລົດຖີບອ້ອມຕາມຕົວເມືອງຫຼວງພະບາງ ທ່ານກໍຈະເຫັນແມ່ຍິງເຂັນເສັ້ນຝ້າຍ ແລະໄໝ, ຕໍ່າຫູກດ້ວຍກີ່ໄມ້ແບບດັ້ງເດີມ, ຄວາມຮູ້ ແລະທັກສະຂອງການຕໍ່າແຜ່ນແພກາຍເປັນສ່ວນສໍາຄັນໃນຊີວິດຂອງປະຊາຊົນ ແລະໝູ່ບ້ານ. ປັດຈຸບັນ ລາຍໄດ້ເສີມທີ່ມາຈາກການຕໍ່າແຜ່ນຊ່ວຍສົ່ງເສີມຊ່າງຕໍ່າຫູກ ແລະຄອບຄົວຂອງພວກເຂົາໄດ້. ພ້ອມດຽວກັນນັ້ນ ກໍເປັນການປົກປັກຮັກສາຮີດຄອງປະເພນີບໍ່ໃຫ້ເຊື່ອມເສຍ.

ບ້ານຜານົມ

ເປັນບ້ານທີ່ມີຄວາມຫຼາກຫຼາຍປະເພດແຜ່ນແພແບບດັ້ງເດີມ, ມີຫຼາຍຄອບຄົວພາຍໃນບ້ານທີ່ຕໍ່າຫູກດ້ວຍກີ່ຂອງຕົນ ເພື່ອຜະລິດເປັນສິນຄ້າສໍາລັບຈໍາໜ່າຍໃນຕະຫຼາດກາງຄືນ, ໃນອາດີດ ແຜ່ນແພຂອງບ້ານຜານົມແມ່ນໄດ້ຖວາຍໃຫ້ເຈົ້າຊີວິດ, ປັດຈຸບັນ ນີ້ກໍຍັງໃຊ້ເຕັກນິກ ແລະ ຮູບແບບເດີມ ຈຶ່ງເຫັນລວດລາຍຂອງແຜ່ນແພທີ່ມີຄວາມເກົ່າແກ່ຢ່າງຊັດເຈນ. ວັດສະດຸແພຝ້າຍ ແລະແພໄໝ ມີຫຼາກຫຼາຍສີສັນໃຫ້ເລືອກໄດ້ຕາມໃຈ.

ເສັ້ນທາງາກນເຂົ້າເຖິງບ້ານຜານົມ ຂີ່ລົດຕຸກຕຸກອອກຈາກໃຈກາງເມືອງໃຊ້ເວລາພຽງ 10 ນາທີ, ທ່ານຍັງສາມາດຂີ່ລົດ ຖີບໄປໄດ້ ແຕ່ເສັ້ນທາງເປັນເນີນພູ ເໝະາສໍາລັບຜູ້ທີ່ມີຄວາມຊໍານານໃນການຂີ່ລົດຖີບ, ບໍລິສັດທ່ອງທ່ຽວຫຼາຍບໍລິສັດກໍໄດ້ຈັດໃຫ້ນັກທ່ອງທ່ຽວໄດ້ໄປທ່ຽວຊົມ ແລະ ສຶກສາຮຽນຮູ້ໃນບ້ານນີ້, ນອກນີ້ກໍຍັງຈັດໃຫ້ທ່ຽວຊົມຂຸມຝັງສົບຂອງນັກ ສໍາຫຼວດຊາວຝຣັ່ງ ທ່ານ ແຮນລີ ມູຮູນ ທີ່ຢູ່ຖັດຈາກບ້ານຜານົມໄປໜ້ອຍໜຶ່ງ.

ບ້ານຊຽງເຫຼັກ ແລະບ້ານຊ່າງຄ້ອງ

ທ່ານສາມາດທ່ຽວຊົມຊາວບ້ານເຮັດເຈ້ຍສາ (ຈາກເປືອກປໍສາ) ແລະ ການຕໍ່າແຜນແບບດັ້ງເດີມ, ການທ່ຽວຊົມບ້ານຊຽງເຫຼັກ ແລະບ້ານຊ່າງຄ້ອງ ຈະເຮັດໃຫ້ທ່ານເຂົ້າໃຈຂັ້ນຕອນການເຮັດເຈ້ຍປໍສາ ແລະການຕໍ່າແຜ່ນຫຼາຍຂຶ້ນ.

ເສັ້ນທາງການເຂົ້າເຖິງ ຂຶ້ນທາງໄປທິດເໜືອຂອງເມືອງຕາມແຄມນໍ້າຄານ ປະມານ 3 ກິໂລແມັດ ແລະຂ້າມນໍ້າຄານ, ສາມາດຂົ້າເຖິງໄດ້ດ້ວຍການນັ່ງລົດຕຸກຕຸກ (ໄປທາງຂົວໃໝ່), ຖ້າຫາກທ່ານປັ່ນລົດຖີບ ຫຼື ຍ່າງ ແມ່ນໄປທາງຂົວເກົ່າແລ້ວລ້ຽວຊ້າຍໄປຕາມເສັ້ນທາງແຄມຂອງຂຶ້ນໄປ.

Scroll to Top