ຫໍພິພິດຕະພັນແຫ່ງຊາດຫຼວງພະບາງ

ພາບລວມ

ຫໍພິພິຕະພັນແຫ່ງຊາດ ຫຼືພະລາດຊະວັງ ແມ່ນສັນຍາລັກຂອງການພົວພັນລະຫວ່າງລາວ ແລະຝຣັ່ງ. ຖືກສ້າງຂຶ້ນໃນລະ ຫວ່າງປີ 1904 – 1909, ພຽງແຕ່ສອງສາມປີກ່ອນທີ່ອານາຈັກຫຼວງພະບາງໄດ້ຮັບການປະກາດເປັນລັດປົກປ້ອງ ແລະ ສ່ວນທີ່ເຫຼືອຂອງປະເທດລາວຕົກຢູ່ໃນອານານິຄົມຂອງປະເທດຝຣັ່ງ ການອອກແບບຂອງພະລາຊະວັງແມ່ນຢູ່ໃນແບບຂອງຝຣັ່ງ, ເຊິ່ງມີສ່ວນປະກອບຂອງສະຖາປັດຕະຍະກຳ ຂອງຄົນລາວ ແລະ ໃນທີ່ສຸດການກໍ່ສ້າງອາຄານກໍ່ສ້າງສຳເລັດ ເມື່ອເຈົ້າຊີວິດ ສີສະຫວ່າງວົງ ຕັດສິນໃຈສ້າງສ່ວນທີ່ເປັນຍອດແຫຼມ spire ເທິງອາຄານຂ້າງເທິງຫ້ອງບັນລັງໃໝ່ ເພື່ອທົດແທນບ່ອນເກົ່າ ໂດຍມີການອອກແບບໃນຮູບແບບຂອງລາວທີ່ເໜາະສົມ. ນອກຈາກນັ້ນຍັງມີຫ້ອງໂຖງຈອດລົດຂອງກະສັດຢູ່ພາຍໃນ. ທ່ານສາມາດເຂົ້າໄປຊົມໄດ້ໃນຫໍພິພິທະພັນ.

  • ພິພິທະພັນ ເປີດວັນຈັນ – ວັນເສົາ ເວລາ 8:00 – 11:30 ໂມງ ແລະ 13:00 – 15: 30 ໂມງ (ພັກທໍາຄວາມສະອາດໃນ ວັນພະຫັດ ປິດເວລາ 15:00ໂມງ)
  • ເວລາຂາຍປີ້ເຂົ້າຊົມ 8:00 – 11:00 ໂມງ ແລະ 13:00 – 15:00 ໂມງ.
  • ຄ່າເຂົ້າຊົມ: 30,000 ກີບຕໍ່ຄົນ
  • ຕັ້ງຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ຫ່າງຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວປະມານ 5 ນາທີ

ເຈົ້າຊີວິດ ສີສະຫວ່າງວົງ ໄດ້ເສຍຊີວິດ ໃນປີ 1959 ແລະ ສຳລັບການຂຶ້ນຄອງລາດຂອງພະລາດຊະວັງ, ພະລາດຊະວັງ ໄດ້ຖືກຂະຫຍາຍອອກໂດຍເພີ່ມສອງຫ້ອງທີ່ມີຂະໜາດເທົ່າກັນ, ຢູ່ຝາຜະໜັງພາຍໃນປະດັບດ້ວຍລວດລາຍ ແລະ ປັບປຸງທຸກພາກສ່ວນ ເຊັ່ນ: ປັບປຸງລະບົບໄຟຟ້າ ແລະ ການກໍ່ສ້າງອາຄານຫລັງໃໝ່, ສຳລັບຮອງຮັບນັກທ່ອງທ່ຽວໃຫ້ມີຄວາມສະດວກໃນເວລາທ່ຽວຊົມ.
ວັນທີ 2 ທັນວາ 1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນ. ສະນັ້ນຈຶ່ງບໍ່ສາມາດຈັດພິທີສູດມົນ ຈາກນັ້ນກະສັດຈື່ງໄດ້ສະລະວັງ ແລະ ໄດ້ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາສູງສຸດຂອງປະທານປະເທດ. ຫລັງຈາກນັ້ນກໍໄດ້ສະເໜີໃຫ້ພະລາດຊະວັງເປັນຫໍພິພິທະພັນແຫ່ງຊາດ, ໂດຍມີຈຸດປະສົງຫຼັກ ເພື່ອປົກປັກຮັກສາພະລາຊະວັງ ແລະ ເຄື່ອງຂອງທີ່ມີຄ່າຢູ່ພາຍໃນພະລາດຊະວັງໄວ້ ເພື່ອໃຫ້ປະຊາຊົນໄດ້ຮຽນຮູ້ເລື່ອງລາວປະຫວັດຂອງອາດີດກະສັດ, ປະຈຸບັນ ຫໍພິພິທະພັນແຫ່ງຊາດແມ່ນສະຖານທີ່ ທີດີທີ່ສຸດ ເພື່ອຮຽນຮູ້ກ່ຽວກັບປະຫວັດສາດຂອງຫຼວງພະບາງ.

ພະບາງແມ່ນບ່ອນກຳເນີດຂອງຄວາມເຊື່ອຂອງຄົນລາວ. ນໍາມາຈາກປະເທດກຳປູເຈຍໃນສະຕະວັດທີ 14, ອີງຕາມຕໍານານ, ພະບາງຖືກຫຼໍ່ຫຼອມມາຈາກຄຳ ແລະ ທອງສໍາລິດ ທີ່ບໍລິສຸດໃນປະເທດສີລັງກາ ແລະ ຈາກນັ້ນໄດ້ນຳຖວາຍແກ່ເຈົ້າຊີວິດແຫ່ງສີລັງກາ. ຕໍ່ມາກໍ່ໄດ້ນຳເອົາມາຖວາຍແກ່ເຈົ້າຊີວິດກຳປູເຈຍ, ເຈົ້າຟ້າງຸ່ມ ຜູ້ກໍ່ຕັ້ງອານາຈັກລ້ານຊ້າງ ໄດ້ຮັບພະພຸດທະຮູບ (ພະບາງ) ຈາກເຈົ້າຊີວິດກຳປູເຈຍ (ຜູ້ເປັນພໍ່ຂອງພັນລະຍາ) ມອບໃຫ້ກັບຜູ້ເປັນລູກສາວຂອງຕົນ.
ປັດຈຸບັນ ພະບາງ ໄດ້ປະດິດສະຖານໄວ້ຢູ່ໃນຫໍພະບາງ ທີ່ຢູ່ເບື້ອງຂວາມືຂອງບໍລິເວນພະລາຊະວັງ, ເມື່ອທ່ານເຂົ້າໄປໃນປະຕູຫຼັກ ຫ້ອງນີ້ມີແຜ່ນຫີນສີລາຈາລືກປະຫວັດຄວາມເປັນມາຂອງພະພຸດທະເຈົ້າຕັ້ງແຕ່ສະຕະວັດທີ 12 ແລະ ສິ່ງຕ່າງໆທີ່ກ່ຽວຂ້ອງກັບພະບາງເຊັ່ນດຽວກັນ

ປະຫວັດຄວາມເປັນມາ

ໂຮງລະຄອນ ພະລັກພະລາມ ແມ່ນໜຶ່ງໃນບັນດາສະຖານທີ່ ທີດີທີ່ສຸດເພື່ອເບິ່ງການຟ້ອນພື້ນເມືອງລາວ. ຕັ້ງຢູ່ພື້ນທີ່ຂອງຫໍພິພິທະພັນແຫ່ງຊາດຫຼວງພະບາງ, ການສະແດງໄດ້ຈັດຂື້ນ 4 ຄັ້ງຕໍ່ອາທິດ. ລາມມະກຽນ (ພະລັກພະລາມ) ແມ່ນເປັນທີ່ນິຍົມໃນທົ່ວອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້. ໄດ້ຖືກນຳເຂົ້າສູ່ຫຼວງພະບາງຫຼາຍຮ້ອຍປີກ່ອນໃນການປະຕິບັດສາດສະໜາພຸດ. ນັບແຕ່ນັ້ນມາ, ເລື່ອງເລົ່າຂອງລາມມະກຽນ(ພະລັກພະລາມ) ໄດ້ດຳເນີນງານຕາມແບບລາວ ແລະ ການສະແດງໄດ້ຮັບຄວາມນິຍົມທີ່ສຸດໃນການຟ້ອນພື້ນເມືອງ ແລະ ສືບຕໍ່ໃນສະຕະວັດທີ່ 20.
ໃນປີ 2003, ໂຮງລະຄອນພະລັກພະລາມ ຖືກສ້າງຕັ້ງຂື້ນໂດຍສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໂດຍການຮ່ວມມື ແລະ ການສະໜັບສະໜູນ ຈາກປະຊາຄົມສາກົນ ເພື່ອສ້າງຄວາມເຊື່ອໝັ້ນ ຂອງປະຊາຊົນລາວ. ສິ່ງດັ່ງກ່າວເປີດໂອກາດໃຫ້ນັກທ່ອງທ່ຽວ ແລະຄົນລາວໄດ້ສຳຜັດກັບວັດທະນະທຳລາວທີ່ສຳຄັນທີ່ສຸດ ຂໍ້ມູນເພີ່ມເຕີມກ່ຽວກັບພະລັກພະລາມ

Scroll to Top