ເຄື່ອງປັ້ນດິນເຜົາ

ພາບລວມ

ບ້ານຈ່ານ (ບ້ານຫັດຖະກໍາເຄື່ອງປັ້ນດິນເຜົາ) ໃຊ້ວິຖີຊີວິດແບບດັ້ງເດີມໃນການເຮັດເຄື່ອງປັ້ນດິນເຜົາມາດົນນານຫຼາຍສັດຕະວັດ, ມີເລື່ອງເລົ່າວ່າ ກະສັດອົງທໍາອິດຂອງປະເທດລາວ ຢ້ອນກັບໄປ ສັດຕະວັດທີ 16 ໄດ້ມີການສະເຫຼີມສະຫຼອງຄັ້ງໃຫຍ່ ພາຍຫຼັງໄດ້ຮັບໄຊຊະນະຈາກສົງຄາມ, ພະອົງ ໄດ້ບອກໃຫ້ແຕ່ລະບ້ານນໍາເອົາເຄື່ອງຂອງເຂົ້າມາຮ່ວມໃນມື້ງານລ້ຽງນ ເຊິ່ງໃນນັ້ນບ້ານຈ່ານກໍໄດ້ເອົາໝໍ້ດິນມາຮ່ວມໃນງານ. ຫຼາຍຊົ່ວອາຍຸຄົນ ຫຼາຍຍຸກຫຼາຍສະໄໝ ປະຊາຊົນຊາວ ບ້ານຈ່ານກໍຍັງຄົງສືບທອດຕໍ່ກັນມາ.

  • ເຄື່ອງປັ້ນດິນເຜົາ ເປີດທຸກວັນ ເວລາ 8:00 – 17: 00 ເຂົ້າຊົມຟຼີ.

ການດີນທາງໄປບ້ານຈ່ານ ມີໄລຍະທາງພຽງ 4 ກິໂລແມັດ ຈາກທ່າເຮືອ ເມືອງຈອມເພັດ, ທ່ານສາມາດນໍາເອົາລົດຖີບໃສ່ເຮືອບັກຂ້າມໄປຂີ່ຢູ່ຟາກເມືອງຈອມເພັດໄດ້, ເມື່ອເຂົ້າຮອດໝູ່ບ້ານຈະມີທາງສີ່ແຍກລ້ຽວຂວາເຂົ້າໄປຫາຈະເຫັນສູນຫັດຖະກໍາເຄື່ອງປັ້ນດິນເຜົາ, ຖ້າຫາກວ່າຢາກຈະປັ້ນໝໍ້ດິນເຜົາດ້ວຍຕົນເອງ ທາງບໍລິສັດທ່ອງທ່ຽວຢູ່ພາຍໃນເມືອງຫຼວງພະບາງ ສາມາດຈັດຫາບ່ອນຮຽນໃຫ້ທ່ານໄດ້.

Scroll to Top