ສູນວັດທະນະທໍາເດັກ

ພາບລວມ

ສູນວັດທະນະທຳເດັກມີກິດຈະກຳ ຫລັງຈາກເລີກໂຮງຮຽນ ທ້າຍອາທິດສຳລັບເດັກນ້ອຍ ແລະຊາວໜຸ່ມລາວໄດ້ເຮັດເພື່ອຮຽນຮູ້ກ່ຽວກັບວັດທະນະທຳ ແລະປະເພນີລາວ. ເດັກນ້ອຍຮຽນຮູ້ກ່ຽວກັບພື້ນຖານຂອງພວກເຂົາ ແລະພັດທະນາທັກສະທີ່ສົ່ງເສີມຊີວິດ ສຸຂະພາບ, ບຳລຸງວັດທະນະທຳ ແລະການປະກອບສ່ວນຂອງເຂົາເຈົ້າໃຫ້ແກ່ດົນຕີພື້ນເມືອງ ການເລົ່າເລື່ອງ, ການຮ້ອງເພງ ແລະການສະແດງສິລະປະຫັດຖະກຳ ທີ່ຫຼາກຫຼາຍ.

  • ສູນວັດທະນະທໍາເປີດ ເດືອນກັນຍາ – ພຶດສະພາ ເປີດວັນອັງຄານ – ວັນເສົາ ເວລາ: 9:00 – 11:30 ໂມງ ແລະ 14:00 – 17:00 ໂມງ (ວັນອັງຄານ – ວັນສຸກ) ເວລາ 8:00 – 11:30 ໂມງ ແລະ 14:00 – 17:00 ໂມງ (ວັນເສົາ) ເດືອນມິຖຸນາ – ສິງຫາ ເປີດວັນຈັນ – ວັນສຸກ ເວລາ: 9.00 – 11.30 ໂມງ ແລະ 14.00 – 17.00 ໂມງ.

  • ຕັ້ງຢູ່ບ້ານປ່າຂາມ ຍ່າງຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວໄປ ປະມານ 5 ນາທີ, ຖັດຈາກສະຖານີວິທະຍຸ ແລະ ໃກ້ກັບວັດໃໝ່.

  • ຍິນດີຕ້ອນຮັບສູ່ການສະແດງສິລະປະພື້ນເມືອງລາວໂດຍສູນວັດທະນະທຳເດັກແຂວງຫຼວງພະບາງ. ບາສີສູ່ຂວັນ ເພື່ອເປັນການເປີດພິທີເປີດງານ, ຈະມີການຟ້ອນເຜົ່າມົ້ງ, ຟ້ອນເຜົ່າກື່ມມຸ, ຟ້ອນລາວ ແລະ ການສະແດງມວຍພື້ນເມືອງລາວແບບດັ້ງເດີມ.

     – ໂຄງການແຕກຕ່າງກັນໄປຕາມແຕ່ລະມື້.

    – ການສະແດງຈະມີຂື້ນປະມານເດືອນມີນາ ແລະ ເດືອນກັນຍາ.

    – ການສະແດງຈະມີຂື້ນຖ້າມີແຂກຫລາຍກວ່າ 10 ຄົນໃນຊ່ວງໂລຊີຊັ່ນ.

Scroll to Top