ສູນສິລະປະ ແລະ ຊົນເຜົ່າວິທະຍາ

ພາບລວມ

ສູນສິລະປະ ແລະ ວັດທະນະທຳພື້ນເມືອງ (TAEC) ຮັກສາຄວາມຫຼາກຫຼາຍດ້ານວັດທະນະທຳໃນປະເທດ ແລະງານວາງສະແດງ ເປັນໂຄງການພິເສດທີ່ໜ້າສົນໃຈກ່ຽວກັບຄວາມຫຼາກຫຼາຍຂອງວັດທະນະທຳຊົນເຜົ່າລາວ.

  • ສູນສິລະປະ ແລະ ຊົນເຜົ່າວິທະຍາ ເປີດວັນອັງຄານ ແລະ ວັນອາທິດ ເວລາ 9:00 – 18:00 ໂມງ,
  • ຄ່າເຂົ້າຊົມ 15,000 ກີບຕໍ່ຄົນ, ອາຍຸຕໍ່າກວ່າ 12 ປີ ເຂົ້າຊົມຟີ.
  • ຕັ້ງຢູ່ບ້ານ ຂາມຢ໋ອງ ເຊິ່ງຕິດກັບຕະຫຼາດດາລາ.

ງານວາງສະແດງຄັ້ງນີ້ຈະແບ່ງປັນເລື່ອງລາວກ່ຽວກັບວິຖີຊີວິດຂອງແມ່ຍິງໃນລາວ. ດ້ວຍຮູບພາບເອກະສານງານວາງ ສະແດງຈະວາງສະແດງເຄື່ອງຫັດຖະກຳ ທີ່ເຮັດໂດຍເດັກຍິງ ແລະ ແມ່ຍິງໃນພາກເໜືອຂອງລາວ.

ໃນໄລຍະ 2 ປີຂອງໂຄງການ Stitching Our Stories (SOS), ແມ່ຍິງ  ຈາກຊົນເຜົ່າມົ້ງແລະໄທລື້ແຂວງຫຼວງພະບາງໄດ້ຮຽນຮູ້ການນຳໃຊ້ສື່ດິຈິຕອນເພື່ອບັນທຶກ ແລະ ສະທ້ອນເຖິງວິຖີຊີວິດຂອງພວກເຂົາໃນປະເທດລາວທີ່ ກຳລັງປ່ຽນແປງ. ຈາກການຖ່າຍຮູບ, ຄລິບວີດີໂອ ແລະ ການສຳພາດ, ໂຄງການ TAEC ແລະ ໂຄງການນານາຊາດ PhotoForward International Art Project ໄດ້ພັດທະນາການວາງສະແດງ.

ງານວາງສະແດງທີ່ເປີດໃຫ້ເຂົ້າຊົມ

ຫ້ອງວາງສະແດງເຄື່ອງນຸ່ງ ແລະ ແຜ່ນແພທີ່ເຮັດດ້ວຍມື, ເຄື່ອງປະດັບ, ເຄື່ອງຫັດຖະກຳ ແລະ ເຄື່ອງໃຊ້ໃນຄົວເຮືອນ, ການກໍ່ສ້າງເຮືອນ ແລະ ວັດຖຸຸທາງສາສະໜາ ຂອງຊາວເຜົ່າອາຄ່າ(Akha), ເຜົ່າມົ້ງ (Mong), ໄທລື້ (Tai Lue) ແລະ ເຜົ່າກື່ມມຸ ( Khmu) ໃນປະເທດລາວ, ການແປແມ່ນມີເປັນພາສາຝຣັ່ງ, ເຢຍລະມັນ, ສະເປນ ແລະ ຍີ່ປຸ່ນ.

Scroll to Top