ວັດໃໝ່ ສຸວັນນະພູມາຣາມ

ພາບລວມ

ຊື່ຂອງວັດແຫ່ງນີ້ ມັນໄດ້ມາຈາກເຈົ້າຊີວິດມັນທຸລາດ ໃນປີ 1821 ຍ້ອນມີການບູລະນະປະຕິສັງຂອນວັດຄືນໃໝ່ ຈື່ງໄດ້ຕັ້ງຊື່ວັດແຫ່ງນີ້ວ່າ: ວັດໃໝ່, ເມື່ອທ່ານໄປທ່ຽວຊົມວັດນີ້ ທ່ານຈະສັງເກດເຫັນຫລັງຄາ 4 ຊັ້ນ ລວມທັງເລື່ອງລາວຈາກຊີວິດປະຈຳວັນ ແລະ ນິທານຂອງພະເວດສັນດອນ ຢູ່ເທິງຝາວັດ.

  • ເປີດທຸກມື້ເລີ່ມຕັ້ງແຕ່ເວລາ 8:00 – 17:00 ໂມງແລງ.
  • ລາຄາປີ້: 10,000 ກີບຕໍ່ຄົນ.
  • ວັດໃໝ່ ສຸວັນນະພູມາຣາມ ຕັ້ງຢູ່ທະຖົນສີສະຫວ່າງວົງ ໃຊ້ເວລາຍ່າງພຽງ 5 ນາທີ ຈາກໃຈກາງເມືອງກ່ອນຈະຮອດຫໍພິພິຕະພັນແຫ່ງຊາດຫຼວງພະບາງ.

  • ແຕ່ງຕົວໃຫ້ສຸພາບຮຽບຮ້ອຍ, ປົດໝວກ ແລະເກີບອອກກ່ອນເຂົ້າຊົມສະຖານທີ່ສັກສິດ
  • ເຄົາລົບພະສົງແລະສໍາມະເນນ, ສຳລັບແມ່ຍິງບໍ່ອະນຸຍາດໃຫ້ຖືກຕົວຂອງພະສົງແລະສຳມະເນນ.
  • ຫ້າມບໍ່ໃຫ້ສະແດງຄວາມຮັກໃນສະຖານທີ່ສາທາລະນະເຊັ່ນ: ການຈັບມື, ການຈູບ, ການກອດ.
  • ຫ້າມບໍ່ໃຫ້ຊື້ວັດຖຸໂບຮານໃດໆເພາະເປັນສິ່ງທີ່ຖືກຫ້າມ ແລະທ່ານຈະຖືກປັບໃໝ.
Scroll to Top