ກິດຈະກໍາຍ່າງປ່າ

ພາບລວມ

ຖ້າທ່ານ ຫຼື ຄອບຄົວຂອງທ່ານຕ້ອງການສຳພັດກັບວິທີການປູກເຂົ້າ ເລີ່ມຕັ້ງແຕ່ການຫວ່ານກ້າ, ການປູກເຂົ້້າ ຈົນເຖິງການເກັບກ່ຽວ ທ່ານສາມາດເຮັດມັນໄດ້ທີ່ນີ້. ໃນຕອນເຊົ້າຢູ່ແຂວງຫລວງພະບາງ,ທ່ານສາມາດ ເປັນໜຶ່ງໃນກິດຈະກໍາທີ່ດີທີ່ສຸດໃນການທ່ຽວຊົມຄວາມງົດງາມຂອງທໍາມະຊາດທີ່ອ້ອມຮອບຕົວເມືອງຫຼວງພະບາງ, ການຍ່າງປ່າເປັນກິດຈະກໍາທີ່ທ້າທາຍຢ່າງໜຶ່ງ ເພາະເປັນເສັ້ນທາງທີ່ຕ້ອງໄດ້ປະເຊີນ ບາງຄັ້ງເຮົາກໍບໍ່ຮູ້ເສັ້ນທາງເປັນແນວ ໃດ ແຕ່ຜົນຕອບຮັບກໍ່ຄຸ້ມຄ່າທີ່ຈະກ້າສ່ຽງ, ເສັ້ນທາງຍ່າງປ່າໃນປະເທດລາວຈະເຮັດໃຫ້ທ່ານໄດ້ສໍາຜັດກັບວິຖີຊີວິດແບບຊົນນະບົດ, ຈະໄດ້ເຫັນພູຜາ, ທົ່ງໄຮ່ເຂົ້າ, ຮ່ອມພູ.

ລາຍລະອຽດ

ການຍ່າງປ່າເປັນກິດຈະກໍາຍອດນິຍົມ, ເສັ້ນທາງການຍ່າງປ່າໜຶ່ງວັນເລີ່ມຈາກ ການຍ່າງໄປຫາຕາດກວາງ ຊີ ແລະຕາດຊາຍ ຕາມເສັ້ນທາງຈະຜ່ານໝູ່ບ້ານຊົນເຜົ່າມົ້ງ, ບ້ານກຶມມຸ, ປ່າໄມ້ອັນຂຽວສົດ ແລະພູຜາ ພຽງຂ້າມແມ່ນໍ້າຂອງຈາກໃຈກາງເມືອງຫຼວງພະບາງໄປຫາເມືອງຈອມເພັດ ສາມາດຍ່າງເລາະທ່ຽວຊົມທິວທັດຂອງຕົວເມືອງຫຼວງພະບາງໄດ້, ພຽງແຕ່ທ່ານຍ່າງຕາມເສັ້ນທາງຍ່າງປ່າ ແລະ ພັກຄ້າງຄືນໃນໝູ່ບ້ານເຜົ່າມົ້ງ.

ໄປທາງເໜືອຈາກເມືອງຫຼວງພະບາງຫາເມືອງງອຍ ທ່ານຈະໄດ້ຮັບປະສົບການໃນການຍ່າງປ່າແບບ 2 ວັນ, ໃນລະຫວ່າງທາງຈະໄດ້ເຫັນນໍ້າຕົກຕາດ ແລະຖໍ້າຂະໜາດໃຫຍ່ ເຊິ່ງເປັນບ່ອນລີ້ໄພຂອງປະຊາຊົນໃນຊ່ວງສົງຄາມອິນດູຈີນ, ຈາກນັ້ນ ກໍຈະເດີນທາງໄປຮອດໜ້າຜາຫີນປູນສູງຊັນທີ່ມີທິວທັດອັນສວຍສົດງົດງາມ.

ລາຍການຍ່າງປ່າລາຄາອາດຈະລວມນໍາໂຮມສະເຕ, ແຄ້ມປິງ ແລະກິດຈະກໍາອື່ນໆອີກຫຼາກຫຼາຍ, ຜູ້ປະກອບການຈະຊ່ວຍອອກແບບປະສົບການໃນການຍ່າງປ່າໃຫ້ທ່ານຕາມຄວາມຕ້ອງ.

ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ບໍລິສັດທ່ອງທ່ຽວ (ຕາມຖະໜົນສາຍຫຼັກໃຈກາງເມືອງ). 

Scroll to Top