ວັດຊຽງທອງ

ພາບລວມ

ວັດຊຽງທອງຖືກສ້າງຂຶ້ນໃນປີ 1560 ໃນສະໄໝເຈົ້າໄຊເສດຖາທິລາດ ໃນຮູບແບບຫຼວງພະບາງແທ້ໆ ແລະມີຫລັງຄາສະລັບຊັບຊ້ອນລຽນກັນເປັນຊັ້ນໆຢ່າງສະຫງ່າງາມ ແລະ ຮູບພາບຝາວັດທີ່ເປັນສີລະປະຄວາມຫຼູຫຼາຕິດແກ້ວທັງໝົດເວລາເໝາະສົມທີ່ສຸດທີ່ຈະໄປຢ້ຽມຊົມວັດນີ້ ແລະຖ່າຍຮູບແມ່ນໃນເວລາຕອນເຊົ້າ.

  • ເປີດທຸກມື້ເລີ່ມແຕ່ເວລາ 8:00 – 17:00 ໂມງ

  • ຄ່າເຂົ້າຊົມແມ່ນ 20.000 ກີບ / ຄົນ.

  • ວັດຊຽງທອງຕັ້ງຢູ່ຖະໜົນສັກກະລີນ ພຽງແຕ່ຍ່າງປະມານ 10 ນາທີຈາກສູນຂໍ້ມູນຂ່າວສານການທ່ອງທ່ຽວແຂວງຫລວງພະບາງ ແລະທ່ານຈະເຫັນວັດຢູ່ເບື້ອງຊ້າຍມືຂອງທ່ານ.

  • ແຕ່ງຕົວໃຫ້ສຸພາບຮຽບຮ້ອຍ, ປົດໝວກ ແລະ ເກີບອອກກ່ອນເຂົ້າຊົມສະຖານທີ່ສັກສິດ

  • ເຄົາລົບພະສົງແລະສໍາມະເນນ, ສຳລັບແມ່ຍິງບໍ່ອະນຸຍາດໃຫ້ຖືກຕົວຂອງພະສົງ ແລະ ສຳມະເນນ.

  • ຫ້າມບໍ່ໃຫ້ສະແດງຄວາມຮັກໃນສະຖານທີ່ສາທາລະນະເຊັ່ນ: ການຈັບມື, ການຈູບ, ການກອດ.

  • ຫ້າມບໍ່ໃຫ້ຊື້ວັດຖຸໂບຮານໃດໆເພາະເປັນສິ່ງທີ່ຖືກຫ້າມ ແລະ ທ່ານຈະຖືກປັບໃໝ.

ທ່ຽວຊົມບໍລິເວນອ້ອມຮອບວັດຊຽງທອງ

Scroll to Top