ກິດຈະກໍາຂີ່ຊ້າງ

ພາບລວມ

ລອງມາເປັນກວານຊ້າງເບິ່ງຈັກມື້ ອາບນໍ້າໃຫ້ຊ້າງ ໃຫ້ອາຫານຊ້າງ ຫຼື ຂີ່ຊ້າງ, ມີໝູ່ບ້ານຊ້າງຈໍານວນຫຼາຍທີ່ໜ້າສົນໃຈໃນຫຼວງພະບາງ, ທາງສູນອານຸລັກຊ້າງຈະໃຫ້ສັດຕະວະແພດເບິ່ງແຍງດູແລຊ້າງໂດຍກົງ ແລະໃຫ້ຄວາມຮູ້ກ່ຽວກັບວິທີການສໍາລັບກວານຊ້າງໃນການຫາລ້ຽງຊີບໃຫ້ຊ້າງມີຊີວິດ ແລະສຸຂະພາບທີ່ດີ, ມີຫຼາຍສູນທີ່ໃຫ້ທ່ານສາມາດໄດ້ເຂົ້າໄປ ອາບນໍ້າໃຫ້ຊ້າງເບິ່ງຊ້າງ ໃຫ້ອາຫານຊ້າງ ຫຼື ຂີ່ຊ້າງ, ທ່ານຈະໄດ້ເຫັນຄວາມຜູກພັນທີ່ໃກ້ສິດ ລະຫວ່າງ ກວານຊ້າງ ແລະຊ້າງ.

ລາຍລະອຽດ

ມີໂອກາດຫຼາຍທີ່ຈະໄດ້ສໍາຜັດກັບຊ້າງອາຊີໃນຊ່ວງທີ່ໄປທ່ຽວຫຼວງພະບາງນີ້, ຖ້າຫາກທ່ານສົນໃຈ ຫຼື ຕ້ອງການຂໍ້ມູນເພີ່ມເຕີມ ສອບຖາມຂໍ້ມູນໄດ້ທີ່ບໍລິສັດທ່ອງທ່ຽວທີ່ໃຫ້ບໍລິການ (ຕາມຖະໜົນສາຍຫຼັກໃຈກາງເມືອງ).

Scroll to Top