ການລ່ອງເຮືອ

ພາບລວມ

ແມ່ນໍ້າຂອງເປັນເສັ້ນທາງຄົມມະນາຄົມຂົນສົ່ງທີ່ສໍາຄັນ, ເປັນແມ່ນໍ້າສາຍຫຼັກຂອງປະຊາຊົນລາວມາແຕ່ດັ້ງເດີມ, ປະຊາຊົນອາໄສແມ່ນໍ້າເປັນເສັ້ນທາງໃນການໄປມາຫາສູ່ກັນ ບໍ່ວ່າຈະເປັນ ການຂົນສົ່ງ, ທໍາມາຫາກິນ ແລະ ອື່ນໆ ເຊິ່ງອາໄສແມ່ນໍ້າເປັນເສັ້ນທາງຄົມມະນາຄົມ, ຈົນມາຮອດປັດຈຸບັນກໍຍັງນິຍົມກັນນໍາໃຊ້ເສັ້ນທາງນໍ້ານີ້ຢູ່, ນອກຈາການຂົນສົ່ງແລ້ວກໍຍັງໄດ້ຮັັບຄວາມນິຍົມກັນກໍຄືການລ່ອງເຮືອເພື່ອອການທ່ອທ່ຽວ, ພັກຜ່ອນ, ທ່ານມາດໃຊ້ບໍລິການເຮືອທ່ອງທ່ຽວໄດ້ ໂດຍເສັ້ນທາງຈະໄດ້ແວ່ທ່ຽວຊົມຕາມສມະຖານທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງ, ຮັບປະທານອາຫານຢູ່ໃນເຮືອໄດ້ຢ່າງສະບາຍ ຫຼື ເຮັດກິດຈະກໍາຕ່າງໆ ກໍສາມາດເຮັດໄດ້.

ສະຖານທ່ອງທ່ຽວທີ່ນິຍົມກັນຫຼາຍແມ່ນ ຖໍ້າຕິ່ງ, ຕາດແສ້ ເພາະເສັ້ນທາງທີ່ຕ້ອງເດີນທາງດ້ວຍທາງເຮືອ, ການລ່ອງເຮືອເປັນອີກເສັ້ນທາງໜຶ່ງທີ່ທ່ານຈະໄດ້ສໍາຜັດກັບທໍາມະຊາດທັງສອງຝັ່ງຂອງແມ່ນໍ້າໄດ້ຢ່າງເຕັມອີ່ມ, ເພີດເພີນໄປກັບທິວທັດທໍາມະຊາດທີ່ສວຍງາມ, ຊົມພະອາທິດໃກ້ອັດສະດົງໃນຍາມແລງ.

  • ຫ່າງຈາກນະຄອນຫຼວງພະບາງໄປປະມານ 30 ກິໂລແມັດ ຫາຖໍ້າຕິ່ງ ເຊິ່ງທ່ານຈະໄດ້ທ່ຽວຊົມຖໍ້າທີ່ມີພະພຸດພະຮູບປະດິດສະຖານໄວ້ທີ່ນັ້ນເປັນຈໍານວນຫຼາຍອົງ, ປະຊາຊົນແຖວໃກ້ມັກເອີ້ນວ່າຖໍ້າປາກອູ ເພາະຕັ້ງຢູ່ໃກ້ກັບປາກແມ່ນໍ້າອູ

  • ທ່ານສາມາດຊື້ບໍລິການນໍາສະມາຄົມເຮືອ ທ່າເຮືອບ້ານວັດໜອງ ເປີດໃຫ້ບໍລິການທຸກວັນ ເວລາອອກເເດີນທາງແມ່ນ 8:00 ໂມງ.
  • ຄ່າບໍລິການ 80,000 ​ກີບ ຕໍ່ຄົນ.
  • ຖ້າທ່ານຕ້ອງການບັນຍາກາດແບບໂລແມນຕິກ, ການລ່ອງເຮືອເປັນກິດຈະກໍາທີ່ມີຫຼາກຫຼາຍຮູບແບບໃຫ້ທ່ານໄດ້ເລືອກ, ເຮືອນ້ອຍເຮືອໃຫຍ່ ຈົນຮອດເຮືອຫຼູຫຼາ, ທ່ານສາມາດເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ບໍລິສັດທ່ອງທ່ຽວ ຫຼື ສະມາຄົມເຮືອທ່ອງທ່ຽວ.
Scroll to Top