ມໍລະດົກໂລກຂອງຢູເນສໂກ

ການເຂົ້າເປັນມໍລະດົກໂລກ

     ເພື່ອເຮັດໃຫ້ ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກຫຼວງພະບາງ ໃຫ້ມີຄວາມ ຍືນຍົງ, ໃນປີ1993 ລັດ ຖະບານລາວ ໄດ້ມີຄວາມມຸ້ງມາດປາຖະໜາ ເອົາເມືອງຫຼວງພະບາງ ເຂົ້າຢູ່ພາຍໃຕ້ ການອຸປະຖຳ ຂອງ ອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ຂອງສະຫະປະຊາຊາດ (UNESCO).

      ຫຼວງພະບາງ ໄດ້ຮັບການຈົດເຂົ້າເປັນມໍລະດົກຂອງໂລກ ໃນວັນທີ 9  ທັນວາ 1995 ຢູ່ທີ່ກອງປະຊຸມ ຄະນະກໍາມະການ ມໍລະດົກໂລກ ຄັ້ງທີ່ 19 ທີ່ ເມືອງແບກແລງປະເທດ ສາທາລະນະລັດ ເຢຍລະມັນ.ເມືອງຫຼວງພະບາງ ຖືກຮັບຮູ້ ” ເປັນເມືອງທີ່ສະແດງໃຫ້ເຫັນ ເຖິງ ຄວາມພິເສດ ໃນການປະສົມປະສານ ກົມກຽວກັນ ຂອງສະຖາປັດຕິຍະກຳ ແບບດັ່ງເດີມ ແລະ ໂຄງສ້າງ ຜັງເມືອງ ທີ່ຖືກສ້າງຂື້ນໃນສະຕະວັດທີ່19 ແລະ20 ສະໄໝຫົວເມືອງຂຶ້ນ ຂອງເອີຣົບ. ສິ່ງທີ່ເປັນເອກະລັກສະເພາະ ຂອງຕົວເມືອງ ແມ່ນ ໄດ້ຖືກປົກປັກຮັກສາ ເປັນຢ່າງດີ, ຊື່ງສະແດງເຖິງ ຍຸກສະໃໝ ທີ່ສຳຄັນ ໃນການປະສານກົມກຽວຂອງສອງປະເພນີວັດທະນະທຳທີ່ແຕກຕ່າງກັນ”.

3 ມາດຖານໃນຂໍ້ສະເໜີແນະຂອງການເປັນ UNESCO:

* ເງື່ອນໄຂ (ii): ຫຼວງພະບາງສະທ້ອນໃຫ້ເຫັນເຖິງການປະສົມປະສານພິເສດຂອງສະຖາປັດຕະຍະກຳແບບດັ່ງເດີມຂອງ ລາວ ແລະຕຶກອາຄານແບບສະໄໝນິຍົມຂອງເອີຣົບໃນສະຕະວັດທີ 19 ແລະ 20.

* ເງື່ອນໄຂ (iv): ຫຼວງພະບາງແມ່ນຕົວຢ່າງທີ່ໂດດເດັ່ນຂອງສະຖາປັດຕະຍະກຳ ທີ່ສັບຊ້ອນຂອງອາຄານສາສະໜາ. ການກໍ່ສ້າງທ້ອງຖິ່ນ ແລະອາຄານອານານິຄົມ

* ເງື່ອນໄຂ (v): ທິວທັດທີ່ເປັນເອກະລັກສະເພາະຂອງຫຼວງພະບາງໄດ້ຖືກຮັກສາໄວ້ເປັນຢ່າງດີ ເຮັດໃຫ້ເປັນເວທີສຳຄັນໃນການປະສົມປະສານຂອງສອງປະເພນີ ສອງວັດທະນະທຳທີ່ແຕກຕ່າງກັນ.

                               (ຮຽນຮູ້ເພີ່ມເຕີມກ່ຽວກັບອົງການ UNESCO ຄິກທີ່ນີ້ !)

Scroll to Top