ວັດທີ່ຕັ້ງຢູ່ໃນ ເມືອງຈອມເພັດ

Wat Chomphet

ຕັ້ງຢູ່ອີກຟາກໜຶ່ງ ຂອງຫຼວງພະບາງ ທ່ານສາມາດເພີດເພີນໄປກັບການຫາຍໃຈໃນກິ່ນອາຍຂອງເມືອງມໍລະດົກໂລກ ການໄປທ່ຽວຊົມວັດນີ້ທ່ານຈະຕ້ອງຂຶ້ນຂັ້ນໄດ 123 ຂັ້ນ ແຕ່ມັນກໍ່ຄຸ້ມຄ່າຫຼາຍ, ວັດແຫ່ງນີ້ສ້າງໂດຍຄົນໄທໃນປີ 1888 ແລະສະພາບຂອງວັດອາດຈະບໍ່ດີຫຼາຍ. ແຕ່ວ່າຢູ່ອ້ອມຮອບມີທິວທັດທຳມະຊາດທີ່ສວຍງາມຫຼາຍ, ເໝາະສົມສຳລັບການຖ່າຍພາບແບບພູມີປະ ເທດ, ແມ່ນໍ້າຂອງ ແລະ ຫຼວງພະບາງ. ຢູ່ເທິງສຸດຂອງຂັ້ນໄດມີພະທາດສອງໜ່ວຍ ທີ່ໃຊ້ເປັນບ່ອນເກັບກະດູກພັນລະຍາຂອງອະດີດກະສັດແຫ່ງຊາດລາວ.

ເມືອງຈອມເພັດ

ວັດຊຽງແມນ

ເປັນວັດທີ່ສວຍງາມຫຼາຍ ແລະມີຫລາຍສີສັນໃນເມືອງຈອມເພັດ ແລະກໍ່ແມ່ນໜຶ່ງ ໃນບັນດາຂົງເຂດທີ່ມີຄວາມສຳຄັນທາງປະຫວັດສາດ, ວັດຊຽງແມນ ຖືກສ້າງຂຶ້ນໃນສະຕະວັດທີ 16 ເຊິ່ງເປັນແມ່ແບບສຳລັບວັດທີ່ມີຊື່ສຽງກໍ່ຄືວັດຊຽງທອງ ຫລັງຄາວັດປະດັບປະດາດ້ວຍເຄື່ອງທີ່ສວຍງາມ ພື້ນຂອງວັດທາດ້ວຍສີດຳ, ສີເທົ າແລະກະໂລສີ ຂາວຝຣັ່ງໃນສະຕະວັດທີ 19.

ທ່ານຈະສັງເກດເຫັນວັດທີ່ມີຂະໜາດນ້ອຍໆທີ່ມີກະແຈຕິດກັບອາຄານ ຖືກສ້າງຂື້ນໂດຍນາຍົກລັດ ຖະມົນຕີລາວໃນປີ 2013 ເພື່ອປົກປ້ອງພະພຸດທະຮູບທີ່ມີຄ່າຂອງວັດບາງສ່ວນ ທີ່ຖືກໂຈນລັກ ເຊິ່ງມີພະພຸດທະຮູບຫຼາຍກວ່າ 200 ອົງທີ່ຖືກເຊື່ອງໄວ້ໃນວັດແຫ່ງນີ້ ລວມທັງພະພຸດທະຮູບທີ່ມີອາຍຸຕັ້ງແຕ່ສະຕະວັດທີ 13.

ເມືອງຈອມເພັດ

ວັດລ້ອງຄູນ

ຍ່າລືມໃຫ້ເວລາຕົວເອງພຽງພໍໃນການພີດເພີນໄປກັບວັດແຫ່ງນີ້ ທີ່ຕັ້ງຢູ່ເທິງແຜ່ນດີນອັນຮົ່ມເຢັນແຄມແມ່ນໍ້າຂອງ ໃນຂະນະທີ່ທ່ານກຳລັງຍ່າງຂຶ້ນຂັນໄດໄປທາງເຂົ້າບໍລິເວນວັດໃຫ້ຫຼຽວໄປທາງເບື້ອງຊ້າຍ ທ່ານຈະປະຫລາດໃຈຫລາຍທີ່ໄດ້ເຫັນຮູບຕົ້ນປາມທີ່ມີລັກສະນະຄືໃນສະໄໝກ່ອນປະຫວັດສາດ ທີ່ມີໃບຢ່າງຫຼວງຫຼາຍ ຍ່າງອ້ອມບໍລິເວນທາງເຂົ້າວັດ, ສິ່ງທຳອິດທີ່ທ່ານຈະສັງເກດເຫັນແມ່ນມີຮູບແຕ້ມສອງແຜ່ນຢູ່ທາງຂ້າງຂອງປະຕູວັດ ເຊິ່ງສ້າງຂື້ນໃນສັດຕະວັດທີ່ 18 ກາຍເປັນບ່ອນຢູ່ອາໄສຂອງທະຫານຈີນ ໃນປີ ພ.ສ 2433 ຕອນທີ່ພວກເຂົາມາເຮັດສົງຄາມຢູ່ຫຼວງພະບາງ, ມີເລື້ອງເລົ່າວ່າພວກທະຫານບໍ່ສາມາດນອນຫຼັບໄດ້ດີຍ້ອນມີວິນຍານມາລົບກວນເຮັດໃຫ້ພວກເຂົາຕື່ນຢູ່ຕະຫຼອດເວລາ, ດັ່ງນັ້ນ, ພວກເຂົາຈື່ງໄດ້ແຕ້ມຮູບນີ້ ເພື່ອປົກປ້ອງຄຸ້ມຄອງກອງທັບ ແລະ ເຮັດໃຫ້ພວກເຂົານອນຫຼັບຢ່າງສະຫງົບໃນລະຫວ່າງທີ່ພັກຜ່ອນ, ນອກນີ້ທ່ານຍັງຈະເຫັນຮູບແຕ້ມທີ່ສວຍສົດງົດງາມຢູ່ຝາຂອງວັດ ເປັນຮູບແຕ້ມພະເຈົ້າ ສິບຊາດ ທີ່ບັນຍາຍເຖິງການດຳລົງຊີວິດຕອນເປັນມະນຸດຂອງພະພຸດທະເຈົ້າ.

ວັດລ້ອງຄູນ ເປັນວັດທີ່ສຳຄັນທາງດ້ານປະຫວັດສາດ ເພາະເປັນສະຖານທີ່ທີ່ເຈົ້າຊີວິດລາວຫຼາຍຄົນມານັ່ງສະມາທິກ່ອນຈະຂື້ນຄອງລາດ, ດ້ານຫຼັງຂອງວັດທ່ານຈະເຫັນເຮືອນໄມ້ເກົ່າສອງຫຼັງ ແລະ ສະຖານທີ່ ທີໃຊ້ເປັນບ່ອນນັ່ງສະມາທິ ເປັນຫ້ອງສີ່ຫຼ່ຽມຍາວສີຂາວ, ບໍ່ມີປ່ອງຢ້ຽມ, ອາຄານທັງໝົົດຖືກສ້າງຂື້ນໃນສັດຕະວັດທີ່ 18 ແລະ ເປັນສະຖານທີ່ຂອງເຈົ້າຊີວິດ ແລະ ລູກຫຼານມານັ່ງສະມາທິ.

 

ເປີດທຸກມື້ເລີ່ມຕັ້ງແຕ່ເວລາ 8:00 – 17:00 ໂມງແລງ.

 

ຖ້າທ່ານຊື້ປີ້ເຂົ້າຊົມຢູ່ວັດລ້ອງຄູນແລ້ວ ທ່ານສາມາດໄປທ່ຽວຊົມວັດອື່ນໄດ້ທີ່ຢູ່ໃກ້ກັບວັດລ້ອງຄູນໄດ້ ໂດຍບໍ່ຕ້ອງໄດ້ຈ່າຍຄ່າປີ້ອີກ.

ເມືອງຈອມເພັດ

ວັດຖໍ້າສັກກະລິນ

ທ່ານຮູ້ຫຼືບໍ່ວ່າຄົນລາວເຊື່ອຖືກັນວ່າຖ້ານໍ້າໃນຖໍ້າຍ້ອຍລົງໃສ່ຫົວຂອງທ່ານ, ທ່ານຈະໂຊກດີ, ວັດຖໍ້າແຫ່ງນີ້ແມ່ນຢູ່ໃກ້ກັບລ້ອງຄູນ, ສຳລັບປີ້ເຂົ້າຊົມແມ່ນຈະລວມທັງຄ່າໄກ້ທ້ອງຖິ່ນເພື່ອນຳພາທ່ານໄປຖໍ້າ ແລະ ໄຂກະແຈຖໍ້າໃຫ້ທ່ານ. ຖໍ້າແຫ່ງນີ້ເປັນສະຖານທີ່ປະຕິບັດທຳຂອງເຈົ້າຊີວິດ ແລະ ມີທາດສີຂາວຂະໜາດນ້ອຍທີ່ເກັບກະດູກຂອງອາດີດເຈົ້າຊີວິດ, ຢູ່ຊັ້ນລຸ່ມຂອງຖໍ້າທ່ານຈະເຫັນຫີນທຳມະຊາດທີ່ປະຊາຊົນເຊື່ຶອວ່າມີລັກສະນະຄືນົກອິນຊີ.

ມີສອງວິທີໃນການເດີນທາງກັບຄືນໄປຫາທ່າເຮືອ ພາຍຫຼັງສຳເລັດໃນການທ່ຽວຊົມວັດນີ້ ທ່ານສາມາດຍ່າງກັບຄືນຜ່ານບ້ານຊຽງແມນ ຫຼື ຍ່າງອ້ອມກັບມາຕາມທາງທີ່ບໍ່ປູຢາງ.

ເມືອງຈອມເພັດ

ວັດຫາດສ້ຽວ

ວັດແຫ່ງນີ້ຫ່າງຈາກຕົວເມືອງຫຼວງພະບາງ ປະມານ 3.5 ກິໂລແມັດ, ການເຂົ້າເຖິງວັດນັ້ນ ກ່ອນອື່ນໝົດຕ້ອງຂ້າມແມ່ນ້ຳຂອງໄປອີກຟາກໜຶ່ງ ເຊິ່ງສາມາດ ໄປໄດ້ 2 ທາງຄື: ທາງເຮືອ ແລະ ລົດ ເຊິ່ງທາງລົດນັ້ນຕ້ອງໄດ້ຂ້າມດ້ວຍບັກກ່ອນ ໃຊ້ເວລາໃນການຂ້າມປະມານ 5-10 ນາທີ. ຫ່າງຈາກທ່າບັກເຂົ້າໄປຫາວັດ ປະມານ 3 ກິໂລແມັດ ຊິ່ງສາມາດເດີນທາງໄດ້ດ້ວຍການຍ່າງ, ລົດຈັກ, ລົດຖີບ. ຖ້າເດີນທາງໄປດ້ວຍລົດຈັກ ຫຼື ລົດຖີບ ຈະມີຄວາມໜ້າສົນໃຈຫລາຍ ເພາະວ່າໃນເສັ້ນທາງດັ່ງກ່າວ ເປັນເສັ້ນທາງໃນເຂດມໍລະດົກຂອງ ແຂວງຫຼວງພະບາງ ແລະ ຍັງເປັນເຂດທ່ອງທ່ຽວທາງປະຫວັດສາດ ເພາະວ່າມັນໄດ້ຕິດພັນກັບວິທີຊີວິດ ແລະ ຄວາມເຊື້ອຖືຂອງມະຫາກະສັດຫລວງພະບາງ. ເຊິ່ງປະກອບມີສະຖານທີ່ທ່ອງທ່ຽວທີ່ສຳຄັນຫຼາຍແຫ່ງເຊັ່ນ: ວັດຊຽງແມນ, ວັດຈອມເພັດ, ວັດລ້ອງຄູນ, ວັດຖ້ຳສັກກະລິນວັດຫາດສ້ຽວ, ວັດຄົກປາບ, ວັດໜອງສະແກ້ວ ແລະ ທ່ຽວຊົມວິຖີການດຳລົງຊີວິດຂອງປະຊາຊົນເມືອງຈອມເພັດ ເພາະປະຊາຊົນຍັງຄົງຮັກສາວິຖີການດໍາລົງຊີວິດທີ່ມີເອກະລັກຂອງຕົນໄວ້ຢ່າງດີ ເປັນຕົ້ນແມ່ນ: ການປາກເວົ້າ, ການນຸ່ງຖື, ວິທີການທຳມາຫາກິນ.

pottery
ເມືອງຈອມເພັດ

ວັດໜອງສະແກ້ວ

ວັດໜອງສະແກ້ວເປັນວັດທີ່ເກົ່າແກ່ອີກວັດໜຶ່ງ ຫ່າງຈາກວັດຫາດສ້ຽວປະມານ 1 ກິໂລແມັດ ຕັ້ງຢູ່ພູສູງອ້ອມຮອບດ້ວຍໜອງນ້ຳ ວັດແຫ່ງນີ້ສ້າງຂື້ນເມື່ອປີ ຄ.ສ 1657 ວັດໜອງສະແກ້ວເປັນວັດປ່າ ເຊີ່ງພະສົງ ແລະ ຊາວບ້ານໃຊ້ເປັນບ່ອນກໍາມະຖານ ແລະ ເດີນຈົງກົມພາວະນາ ເພາະວ່າເປັນສະຖານທີ່ມີຄວາມສະຫງົບ ແລະ ຮົ່ມເຢັນ ເຊິ່ງນັກທ່ອງທ່ຽວສາມາດເດີນທາງຈາກບັນດາວັດຕ່າງໆໃນເສັ້ນທາງຍ່າງ ຈາກບ້ານຊຽງແມນ ເປັນສະຖານທີ່ທ່ອງທ່ຽວແຫ່ງສຸດທ້າຍໃນເສັ້ນທາງຍ່າງເຄິ່ງວັນ ຕໍ່ຈາກວັດນີ້ຈະແມ່ນທາງເຊື່ອມຕໍ່ໄປເຖິງບ້ານນາຄຳ.

ເມືອງຈອມເພັດ

ວັດຄົກປາບ

ວັດຄົກປາບຕັ້ງຢູ່ຝັ່ງຂວາແຄມແມ່ນໍ້າຂອງ ເມືອງຈອມເພັດ ຫ່າງຈາກວັດຫາດສ້ຽວໄປທາງທິດ   ເໜືອຕາມລຳນ້ຳຂອງປະມານ 1 ກິໂລແມັດ. ວັດແຫ່ງນີ້ສ້າງຂື້ນພາຍຫຼັງທີ່ສໍາເລັດການສ້າງວັດຫາດສ້ຽວ ອາດເວົ້າໄດ້ວ່າ ວັດດັ່ງກ່າວກໍແມ່ນ ເຈົ້າອານຸລຸດ ນັນທາຕຸລາດ ເປັນຜູ້ສ້າງເຊັ່ນດຽວກັນ ແລະ ໄດ້ຮັບການອຸປະຖຳຈາກເຊື້ອສາຍໜໍ່ກະສັດໃນວັງຫຼວງພະບາງ. ວັດຄົກປາບປະ ກອບມີອາຄານຫຼາຍຫຼັງທີ່ສໍາຄັນຄື: ອາຮາມ, ກຸດຕິສົງ, ຫໍໄຫວ້, ຫໍກອງ ແລະ ພະທາດເຈດີ. ນອກນັ້ນ ພຸດທະສີມາຂອງວັດນີ້ເປັນຮູບແບບທຳມະດາ ໂຄງສ້າງສະຖາປັດຕະຍະກຳຢູ່ໃນຄວາມເປັນລາວ ຫຼັງຄາຊ້ອນປະດັບດ້ວຍໂງ່ຫົວນາກ, ທາງດ້ານໜ້າຝາຜະໜັງປະດັບດ້ວຍຮວງເຜິ້ງທີ່ແກະສະລັກດອກດວງຢ່າງສວຍ ງາມ ໂດຍນາຍຊ່າງສິລະປະພື້ນເມືອງຫຼວງພະບາງ.  ເຊິ່ງສາມາດໄປໄດ້ 2 ທາງຄື: ທາງເຮືອ ແລະ ລົດ ເຊິ່ງທາງລົດນັ້ນຕ້ອງໄດ້ຂ້າມດ້ວຍບັກກ່ອນ ໃຊ້ເວລາໃນການຂ້າມປະມານ 5-10 ນາທີ. ຫ່າງຈາກທ່າບັກເຂົ້າໄປຫາວັດ ປະມານ 4 ກິໂລ ແມັດ ຊິ່ງສາມາດເດີນທາງໄດ້ດ້ວຍການຍ່າງ, ລົດຈັກ, ລົດຖີບ.

ເມືອງຈອມເພັດ

ດາວໂຫຼດຟຣີ

ແຜ່ນພັບຂອງວັດຈອມເພັດ
Scroll to Top