ການເຮັດນາປູກເຂົ້າ

ພາບລວມ

ຖ້າທ່ານ ຫລືຄອບຄົວຂອງທ່ານຕ້ອງການສຳພັດກັບວິທີການປູກເຂົ້າ ເລີ່ມຕັ້ງແຕ່ການຫວ່ານກ້າ, ການປູກເຂົ້້າ ຈົນເຖິງການເກັບກ່ຽວ ທ່ານສາມາດເຮັດມັນໄດ້ທີ່ນີ້. ໃນຕອນເຊົ້າຢູ່ແຂວງຫລວງພະບາງ,ທ່ານສາມາດສຳຜັດກັບຮູບແບບການເຮັດກະສິກຳ ແບບດັ້ງເດີມ ນັບແຕ່ຂັ້ນຕອນການຄາດ, ການໄຖນາຂອງຄວາຍ, ການປູກເຂົ້າ, ການເກັບກ່ຽວການແຍກເຂົ້າລີບອອກໄດ້, ແນ່ນອນ ຄຽງຄູ່ກັບການປູກເຂົ້າແລ້ວ ປະຊາຊົນພາຍໃນບ້ານ ຍັງມີສີມືໃນການຕີເຫຼັກ ແລະ ຕໍ່າຫູກທໍໄໝ, ຫຼັງຈາກເຮັດວຽກງານທັງໝົດ ສຳເລັດແລ້ວ ທ່ານຍັງສາມາດເພີດເພີນກັບການກິນອາຫານ ແລະຜະລິດຕະພັນຕົ້ນຕໍຂອງລາວໄດ້ອີກດ້ວຍ.

ລາຍລະອຽດ

ການປູກເຂົ້າແມ່ນເປີດໃຫ້ບໍລິການທຸກໆມື້ ເວລາ: 08:30 (ຖ້າທ່ານສົນໃຈກິດຈະກຳນີ້ ທ່ານສາມາດສັ່ງຈອງກັບຜູ້ປະກອບການທ່ອງທ່ຽວໃນເມືອງ. ສ່ວນຫລາຍຕັ້ງຢູ່ຖະໜົນໃຫຍ່ ຖະໜົນສີສະຫວ່າງວົງ).

Scroll to Top