ຖໍ້າປາກອູ ຫຼື ຖໍ້າຕິ່ງ

ພາບລວມ

ນັກທ່ອງທ່ຽວສ່ວນໃຫຍ່ແມ່ນເປັນທີ່ຮູ້ຈັກກັນດີຖໍ້າປາກອູ ເພາະວ່າມັນໃກ້ກັບບ້ານປາກອູ. ແຕ່ໃນຄວາມເປັນຈິງຖໍ້າປາກອູ ມີຢູ່ສອງຖໍ້າ ຄືຖໍ້າເທິງ ແລະຖໍ້າລຸ່ມ, ແຕ່ຄົນພາຍໃນຈະຮູ້ຈັກກັນດີໃນຊື່ຖໍ້າຕິ່ງ.

  • ຖໍ້າປາກອູ ຫລືຖໍ້າຕິ່ງ ເປີດໃຫ້ບໍລິການທຸກມື້ຕັ້ງແຕ່ເວລາ: 8.00 – 17.00
  • ໝາຍເຫດ: ທ່ານສາມາດຈ່າຍຄ່າທຳນຽມທີ່ນັ້ນເລີຍ.

ຜູ້ປະກອບການທ່ອງທ່ຽວສ່ວນຫຼາຍຈັດການເດີນທາງຕາມແມ່ນໍ້າຂອງໄປສູ່ຖໍ້າປາກອູ ຫລືຖໍ້າຕິ່ງ ແລະມັກຈະຢຸດເຊົາຂື້ນໄປທ່ຽວຊົມສະຖານທີ່ທ່ອງທ່ຽວອື່ນໆທີ່ຢູ່ໃນໄລຍະດຽວກັນ. ການລ່ອງເຮືອແມ່ນໃຊ້ເວລາປະມານ 1,5 ຊົ່ວໂມງ, ເດີນ ທາງຂຶ້ນຕາມແມ່ນໍ້າ ຈາກເມືອງຫລວງພະບາງ ແລະນີ້ແມ່ນວິທີທີ່ດີທີ່ສຸດໃນການເດີນທາງເພາະມັນຈະມີໂອກາດໄດ້ເຫັນວິຖີຊີວິດແຄມແມ່ນໍ້າ ຂອງປະຊາຊົນໃນທ້ອງຖິ່ນ. ໃນໂອກາດດັ່ງກ່າວນັ້ນ ນັກທ່ອງທ່ຽວກໍ່ຍັງສາມາດເດີນທາງດ້ວຍລົດ ແລະຂ້າມເຮືອທີ່ບ້ານປາກອູໄດ້.

ຖໍ້າລຸ່ມແມ່ນເປັນທີ່ນິຍົມຫຼາຍທີ່ສຸດ, ໜ້າຖໍ້າ ແມ່ນເປີດກວ້າງເລັກນ້ອຍ ແລະນັບຕັ້ງແຕ່ພຸດທະສາສະໜາ ຖືກນຳມາໃຊ້ໃນພື້ນທີ່ ປະຊາຊົນທ້ອງຖິ່ນໄດ້ນຳພະພຸດທະຮູບມາປະດິດສະຖານໄວ້ໃນຖໍ້າແຫ່ງນີ້ເພື່ອບູຊາ, ເຊິ່ງຢູ່ໃນຖໍ້ານີ້ມີພຣະພຸດທະຮູບຫລາຍພັນພັນອົງ, ຂັ້ນໄດຢູ່ເບື້ອງຊ້າຍຂອງຖໍ້າລຸ່ມ ສາມາດນຳພາທ່ານຜ່ານປ່າໄປຮອດຖໍ້າເທິງໄດ້. ໃນໄລຍະບຸນປີໃໝ່ລາວ, ຄອບຄົວລາດຊະວົງໄດ້ເດີນທາງໄປທ່ຽວຊົມຖໍ້າ ພ້ອມດ້ວຍພະສົງຈຳນວນຫຼາຍ ແລະປະຊາຊົນທ້ອງຖິ່ນ ເພື່ອຫົດສົງນໍ້າພະພຸດທະຮູບທີ່ສັກສິດ ເຊິ່ງແມ່ນສ່ວນໜຶ່ງ ຂອງການສະເຫຼີມສະຫຼອງປີໃໝ່ລາວ. ຢູ່ຖໍ້າເທິງ ມີປະຕູເຂົ້າທີ່ສວຍງາມຫຼາຍທີ່ເຮັດດ້ວຍໂລຫະ.

Scroll to Top