ປະເພນີໃສ່ບາດ

ພາບລວມ

ການໃສ່ບາດ ແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາຄຽງຄູກັບຄົນລາວເປັນເວລາດົນນານ. ທຸກໆເຊົ້າປະຊາຊົນຈະເອົາເຂົ້າປາອາຫານມາໃສ່ບາດໃຫ້ແກ່ພະສົງ ແລະສຳມະເນນ ຕາມໃນຕົວເມືອງຫຼວງພະບາງ.

ການໃສ່ບາດຈະເລີ່ມແຕ່ເຊົ້າມືດຂອງທຸກໆມື້ເວລາປະມານ 5:30 – 6:30 ໂມງ ໃນລະຫວ່າງເດືອນມີນາເຖິງເດືອນຕຸລາ ແລະເດືອນພະຈິກເຖິງເດືອນທັນວາ, ຈະເລີ່ມປະມານ 6:00 ໂມງເຊົ້າຫາ 7:00 ເຊົ້າ ເພາະວ່າຢູ່ໃນໄລຍະລະດູໜາວ ທ້ອງຟ້າຈະມືດມົວ ແລະແຈ້ງຊ້າ.

ພິທີໃສ່ບາດໃນຕອນເຊົ້າແມ່ນຈະມີຢູ່ໃນທຸກໆວັດຂອງແຂວງຫລວງພະບາງ. ແຕ່ຂະບວນໃຫຍ່ກ່ວາບ່ອນອື່ນ, ພວກເຮົາສາມາດເຫັນໄດ້ທີ່ຖະໜົນສີສະຫວ່າງວົງ ຕໍ່ໜ້າວັດຊຽງທອງ ຕໍ່ໜ້າໂຮງຮຽນຫຼວງພະບາງ ແລະຕໍ່ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ.

ຖ້າທ່ານຕ້ອງການໃສ່ບາດ ຄວນນຸ່ງເຄື່ອງທີ່ສຸພາບ ແລະ ເຄົາລົບວັດທະນະທຳ ຢູ່ທີ່ນີ້. ແຕ່ຖ້າທ່ານບໍ່ມີຈຸດປະສົງໃນການໃສ່ບາດ ທ່ານສາມາດຢ້ຽມຊົມ(ຢືນເບີ່ງ)ໃຫ້ຫ່າງຈາກຈຸດທີ່ພະສົງຍ່າງ ແລະ ປະພຶດຕົນເອງໃຫ້ເໝາະສົມບໍ່ຄວນກີດ ຂວາງເສັ້ນທາງທີ່ພະສົງ ແລະ ສາມະເນນຈະຍ່າງຜ່ານ ຫຼືບ່ອນທີ່ຜູ້ຄົນໃສ່ບາດ.

  1. ສຳລັບການໃສ່ບາດ ທ່ານສາມາດຊື້ເຂົ້າ, ປາ, ອາຫານລ່ວງໜ້າໄດ້ທີ່ຕະຫລາດເຊົ້າ ເພື່ອກະກຽມ ຫຼື ທ່ານສາ ມາດຊື້ນຳແມ່ຄ້າທີ່ຂາຍຢູ່ຕາມແຄມທາງ ໃກ້ກັບບ່ອນໃສ່ບາດໄດ້.
  2. ກະລຸນາຢ່າຖ່າຍຮູບພະສົງ ແລະສຳມະເນນ ໃນໄລຍະໃກ້ສິດເກີນໄປ, ເນື່ອງຈາກແສງແຟັດຈະລົບກວນພະສົງ, ສຳມະເນນ ແລະ ປະຊາຊົນ.
  3. ກະລຸນາແຕ່ງຕົວທີ່ສຸພາບຮຽບຮ້ອຍ ໂດຍສະເພາະແມ່ນບ່າໄຫລ່, ໜ້າເອິກ ແລະ ຂາ ຄວນປົກຄຸມ.
  4. ກະລຸນໃສ່ບາດດ້ວຍຄວາມເຄົາລົບ ແລະ ເປັນລະບຽບຮຽບຮ້ອຍ ແມ່ຍິງຫ້າມແຕະຕ້ອງພະສົງ ສຳມະເນນເດັດຂາດ ແລະ ຄວນຢືນ ຫຼືື ສັງເກດເບິ່ງ ໃນໄລຍະຫ່າງປະມານ 5 ແມັດ.
  5. ລົດບັນທຸກຂະໜາດໃຫຍ່ແມ່ນຫ້າມບໍ່ໃຫ້ເຂົ້າໃນຕົວເມືອງຫຼວງພະບາງ ແລະ ເຂດມໍລະດົກໂລກ, ເພາະເປັນການລົບກວນ ແລະ ມີຄວາມຫຍຸ້ງຍາກໃນການສັນຈອນ.
  6. ຫ້າມຕິດຕາມຂະບວນຂອງພຣະສົງໂດຍການຂັບຂີ່ລົດ, ເພາະວ່າທ່ານຈະສູງຢູ່ກວ່າພະສົງ ແລະ ສໍາມະເນນ ເຊິ່ງຄົນລາວຖືວ່າບໍ່ເຄົາລົບ.
  7. ມີສ່ວນຮ່ວມໃນການໃສ່ບາດດ້ວຍຄວາມເຄົາລົບຕໍ່ສິ່ງສັກສິດ ແລະ ເຊີດຊູຄວາມງົດງາມຂອງພຸດທະສາສະໜາ.

ການໃສ່ບາດແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາໄປຄຽງຄູ່ກັບຄົນລາວເປັນເວລາດົນນານ. ທຸກໆຕອນເຊົ້າປະຊາຊົນເອົາເຂົ້າປາອາຫານ, ເຂົ້າຕົ້ມ, ເຂົ້າໜົມ ໄປໃສ່ບາດໃຫ້ແກ່ພະສົງສຳມະເນນໃນເມືອງຫຼວງພະບາງ. ສຳລັບນັກທ່ອງທ່ຽວທີ່ມີຈຸດປະສົງໃນການໃສ່ບາດ ກະລຸນາປະຕິບັດຕາມຂໍກຳນົດກົດລະບຽບຂອງປະເພນີລາວໃນການໃສ່ບາດໃຫ້ເຂັ້ມງວດ ແລະ ຖືກຕ້ອງ.

ການໃສ່ບາດເລີ່ມແຕ່ເວລາ 5 ໂມງ 30 ນາທີຂອງແຕ່ລະເຊົ້າ ແລະ ທ່ານຈະເຫັນພະສົງສຳມະເນນນຸ່ງຜ້າເຫຼືອງ ພາຍບາດ ຍ່າງຕາມແຄມທາງ ແລະ ຈະມີປະຊາຊົນຊົນທ້ອງຖິ່ນກະກຽມສິ່ງຂອງຕ່າງໆເຊັ່ນ: ເຂົ້າ, ປາ ແລະ ອາຫານ ເພື່ອລໍຖ້າພະສົງສຳມະເນນຍ່າງຜ່າມາ ຈາກນັ້ນພວກເຂົາຈະນຳເຂົ້າ ແລະ ອາຫານໃສ່ລົງໄປໃນບາດຂອງພຣະສົງສຳມະເນນເປັນແຖວຕໍ່ໆໄປຈົນຈົບຂະບວນ ແລະ ໃນລະຫວ່າງໃສ່ບາດນັ້ນ ຕ້ອງໄດ້ຮັກສາຄວາມສະຫງົບ.

ປະເພນີ ແລະ ພຸດທະສາສະໜາ ທີ່ສຳຄັນຂອງສິ່ງດີໆນີ້ ເພື່ອເປັນສ່ວນໜຶ່ງ ຂອງກິດຈະກຳການທ່ອງທ່ຽວທີ່ສຳຄັນໂດຍປົກກະຕິແລ້ວ, ນັກທ່ອງທ່ຽວສ່ວນຫຼາຍແມ່ນໄປເບິ່ງພິທີຖະຫວາຍທານໃນຕອນເຊົ້າຢູ່ຖະໜົນສາສະນາຣາມ ແລະ ສະຖານທີ່ແຫ່ງນີ້ບາງຄັ້ງກໍ່ມີຄົນໄປມາຢ່າງຫຼວງຫຼາຍ, ເຊິ່ງເຕັມໄປດ້ວຍນັກທ່ອງທ່ຽວ ເພື່ອເບິ່ງວິວທີ່ສວຍງາມ ແລະ ເໝາະສົມ, ທ່ານອາດຈະຄົ້ນຫາສະຖານທີ່ອື່ນໆອີກໃນເມືອງ.

Scroll to Top