ສູນກາງຂອງພະພຸດທະສາສະໜາ

ໃນຖານະເປັນສູນກາງຂອງພຸດທະສາສະໜາໃນລາວ ເມືອງຫລວງພະບາງເປັນທີ່ຕັ້ງຂອງວັດທີ່ມີຊື່ສຽງ ແລະໜ້າເຄົາລົບນັບຖືຫຼາຍທີ່ສຸດຂອງປະເທດ ເປັນສູນກາງແຫ່ງການປະຕິບັດທຳ ແລະການສຶກສາທາງພຸດທະສາສະໜາຢູ່ໃນຕົວເມືອງແລະໃນເຂດຊົນນະບົດ ໂດຍອ້ອມຂ້າງເມືອງຫລວງພະບາງຈະມີວັດໃນທຸກໆບ້ານ, ວັດເປັນບ່ອນຢູ່ອາໄສຂອງພະສົງແລະສຳມະເນນຈາກທົ່ວປະເທດ.

ວັດວາອາຮາມພາຍໃນເມືອງ ແລະວັດວາອາຮາມຫຼາຍແຫ່ງຢູ່ນອກເມືອງ ໄດ້ສະເໜີຂໍ້ມູນທີ່ໜ້າສົນໃຈທາງວັດທະນະທຳ ໃນຕົວເມືອງ ແລະປະເທດ ໃນອະດີດຂອງແຕ່ລະບ້ານພາຍໃນຕົວເມືອງຫຼວງພະບາງນັ້ນມີມາເປັນເວລາຫລາຍສັດຕະວັດແລ້ວ ແລະຖືກລວມເຂົ້າເປັນຊຸມຊົນດຽວ ໃນຂະນະທີ່ຍັງຮັກສາເອກະລັກພິເສດຂອງເຂົາເຈົ້າໄວ້. ໃນປັດຈຸບັນນີ້, ແຕ່ລະວັດຍັງຄົງເປັນສູນກາງຂອງພິທີກຳທາງສາສະໜາຕ່າງໆ ແລະ ຍັງບໍ່ພຽງແຕ່ເປັນສະຖານທີ່ສຳລັບປະຊາຊົນ ຫລື ບຸກຄົນທົ່ວໄປເຂົ້າມາສັກກາລະບູຊາ. ຍັງແມ່ນສະຖານທີ່ແຫ່ງການໃຫ້, ການແລກປ່ຽນ, ການສະເຫຼີມສະຫຼອງ ແລະເປັນສະຖານ ທີ່ສຳລັບການຮຽນຮູ້.

ທ່ານຈະເຫັນວ່າມີພະສົງ ແລະສຳມະເນນຫຼາຍຄົນທີ່ອາໄສຢູ່ຫຼວງພະບາງ ໃນການບວດເປັນຈົວນັ້ນ ບໍ່ພຽງແຕ່ຈະໄດ້ຮັບບຸນກູສົນສຳລັບຕົວທ່ານເອງ ແລະຄອບຄົວຂອງທ່ານເທົ່ານັ້ນ ແຕ່ຍັງໄດ້ຮັບການສຶກສາທີ່ດີອີກດ້ວຍ. (ສິ່ງໜຶ່ງແມ່ນຮຽນພາສາອັງກິດ) ຖ້າທ່ານຢູ່ຫຼວງພະບາງໃນຊ່ວງເທດສະການບຸນຕ່າງໆ ຫຼືໃນມື້ທຳມະດາກໍ່ຕາມແຕ່, ມີສອງວິທີທ່ານໄດ້ເຫັນວິຖີຊີວິດຂອງພະສົງ ແລະສຳມະເນນຄື ຕື່ນແຕ່ເຊົ້າໆ ເພື່ອເຂົ້າຮ່ວມພິທີໃສ່ບາດເຂົ້າໜຽວ ຫຼື ໃສ່ບາດ ຫຼືໄປຢ້ຽມ ຢາມວັດດ້ວຍຕົວເອງ. (ກະລຸນາແຕ່ງຕົວທີ່ສຸພາບແລະປະພຶດຕົວຢ່າງເໝາະສົມ).

Scroll to Top