ພາບລວມ

ພາບລວມ

  • ເປັນນໍ້າຕົກຕາດທີ່ສວຍງາມຈາກຮ່ອມພູຜາ, ເປັນສະຖານທີ່ເໝາະສໍາລັບໄປກິນເຂົ້າປ່າ, ຊົມທິວທັດທໍາມະຊາດ ທີ່ຂຽວສົດງາມງາມ ຄືກັບການໄປທ່ຽວຊົມປ່າດົງໃຫຍ່ ແຕ່ສະຖານທີ່ແຫ່ງນີ້ແມ່ນຢູ່ບໍ່ໄກຈາກຕົວເມືອງ.

  • ເປີດໃຫ້ບໍລິການທຸກວັນ ເລີ່ມແຕ່ເວລາ 10:00 – 17:00 ໂມງແລງ.
  • ຄ່າເຂົ້າຊົມ ຄົນລະ 20,000 ກີບ (ສໍາລັບເດັກອາຍຸຕໍ່າກວ່າມ 8 ປີ ແມ່ນຟຼີ).
  • ຫ່າງຈາກຕົວເມືອງໄປພຽງ 10 ກິໂລແມັດ ໄປທາງດຽວກັບ ບ້ານລ້ອງເລົາ.

ອຸດທິຍານນໍ້າດົງເປັນພື້ນທີ່ ທີ່ມີຄວາມສະຫງົບ, ເໝາະແກ່ການເດີນທາງໄປທ່ອງທ່ຽວ, ເພາະທີ່ນີ້ມີກິດຈະກໍາຫຼາກຫຼາຍໃຫ້ທ່ານໄດ້ເລືອກ, ບໍ່ວ່າຈະເປັນການຂີ່ສະລິງ, ໃຫ້ອາຫານປາ, ສະຖານທີ່ນັ່ງພັກປຜ່ອນຊົມວີວ, ກ່ອນຈະໄປເຖິງນໍ້າຕົກຕາດນໍ້າດົງ ທ່ານຈະເຫັນສວນດອກກກຸຫຼາບ, ສວນຜັກປອດສານພິດ, ມີລະບຽງໄມ້ໃກ້ກັບນໍ້າຕົກຕາດ ແລະ ມີລະອອງນໍ້າຈາກນໍ້າຕົກຕາດອາຍຂຶ້ນທົ່ວບໍລິເວນນັ້ນ ເຮັດໃຫ້ເຢັນສະບາຍ, ເໝາະແກ່ການນັ່ງຮັບປະທານອາຫານ, ມີສະຖານທີ່ສໍາລັບອາບນໍ້າ, ມີສະປາເທິງເຮືອນຕົ້ນໄມ້ ແລະ ຟາມລ້ຽງເຜິ້ງ ເຊິ່ງທ່ານສາມາດຊີມນໍ້າເຜິ້ງສົດໆໄດ້.

Scroll to Top