ສູນເກັບກູ້ລະເບີດ

ພາບລວມ

ເປັນອີກສະຖານທີ່ໜື່ງທີ່ນັກທ່ອງທ່ຽວເຂົ້າມາຫຼວງພະບາງບໍ່ຄວນພາດ. ສູນເກັບກູ້ລະເບີດ ໄດ້ເປີດໃຫ້ຊົມ ແລະ ເບີ່ງເລື່ອງເລົ່າຂອງຜູ້ລອດຊີວິດທີ່ເລົ່າສູ່ຝາຂອງອາຄານ ສາລະຄະດີ ແລະ ລູກລະເບີດ ທ່ານຈະມີໂອກາດຮຽນຮູ້ສິ່ງທີ່ສຳຄັນ ແລະຄວາມຈິງທີ່ໜ້າເສົ້າໃຈກ່ຽວກັບສົງຄາມລັບນີ້.

  • ໄດ້ເປີດບໍລິການ ວັນຈັນ – ສຸກ
  • ເວລາ: 8:00 – 11:30 ໂມງ ແລະ 13:00 – 17:00 ໂມງ.
  • ເປີດປະຕູຮັບ: ບໍ່ເສຍຄ່າ (ແຕ່ວ່າທ່ານສາມາດບໍລິຈາກ ຫລືສະໜັບສະໜູນ)
  •  ຕັ້ງຢູ່ບ້ານນາວຽງຄຳ, ທາງດ້ານຫຼັງອານຸສາວະລີ ສຸພານຸວົງ ປະມານ 12 ນາທີ ຍ່າງຈາກໃຈກາງເມືອງ.

  • ປະເທດລາວແມ່ນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນປະຫວັດສາດ, ໃນລະຫວ່າງປີ 1964-1973, ປະເທດລາວໄດ້ຮັບຄວາມເສຍຫາຍຈາກລະເບີດ B-52, ສາຫະລັດອາເມຣິກາ ຖີ້ມລະເບີດໜຶ່ງໜ່ວຍໃນທຸກໆ 8 ນາທີ. ລະເບີດສ່ວນໃຫຍ່ຍັງຄົງຢູ່ພື້ນດິນ. ລະເບີດທີ່ຍັງບໍ່ທັນແຕກເຮັດໃຫ້ເກີດການກະທົບກະເທືອນຢ່າງຮຸນແຮງຕໍ່ປະຊາຊົນລາວ, ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບເລື້ອຍໆ. ສູນກຳຈັດລະເບີດທີ່ແຂວງຫຼວງພະບາງໃຫ້ໂອກາດທ່ານໄດ້ຮຽນຮູ້ເພີ່ມເຕີມ.

Scroll to Top