ທ່ຽວ 1 ວັນທີ່ເມືອງຈອມເພັດ

ຊັບສົມບັດອັນລໍ້າຄ່າໃຫ້ທ່ານໄດ້ຄົ້ນຫາ: ທ່ຽວ 1 ວັນທີ່ເມືອງຈອມເພັດ

ເຮົາມາທຳຄວາມຮູ້ຈັກກັນວ່າເປັນຫຍັງເມືອງຈອມເພັດຈື່ງເປັນທີ່ຮູ້ຈັກກັນໃນນາມພູເພັດ ເຊິ່ງເປັນໜື່ງໃນເມືອງລັບຂອງແຂວງຫຼວງພະບາງ, ທ່ຽວຊົມເມືອງນີ້ທ່ານຈະໄດ້ຮຽນຮູ້ກ່ຽວກັບວັດວາອາຮາມທີ່ເກົ່າແກ່ ແລະ ບ້ານທີ່ຂື້ນຊື່ລືຊາໃນເລື້ອງການປັ້ນດິນເຜົາແບບດັ້ງເດີມ ແລະ ເພີດເພີນໄປກັບກິດຈະກຳຂີ່ສະລິ່ງເທິງຕົ້ນໄມ້.

ການທ່ຽວຊົມເມືອງຈອມເພັດທີ່ດີທີ່ສຸດແມ່ນການຂີ່ລົດຖີບ, ຂີ່ລົດຈັກ, ເພາະວ່າທ່ານສາມາດນຳເອົາລົດຖີບ ແລະ ລົດ ຈັກລົງເຮືອຂ້າມຟາກໄປໄດ້, ເມື່ອຂ້າມຟາກໄປແລ້ວເພື່ອໄປໃຫ້ເຖິງຈຸດໝາຍປາຍທາງນັ້ນ, ໃຫ້ທ່ານລ້ຽວຂວາໄປຫາບ້ານຊຽງແມນ.

1. ວັດຊຽງແມນ

ເປັນວັດທີ່ສວຍງາມຫຼາຍ ແລະມີຫລາຍສີສັນໃນເມືອງຈອມເພັດ ແລະກໍ່ແມ່ນໜຶ່ງ ໃນບັນດາຂົງເຂດທີ່ມີຄວາມສຳຄັນທາງປະຫວັດສາດ, ວັດຊຽງແມນ ຖືກສ້າງຂຶ້ນໃນສະຕະວັດທີ 16 ເຊິ່ງເປັນແມ່ແບບສຳລັບວັດທີ່ມີຊື່ສຽງກໍ່ຄືວັດຊຽງທອງ ຫລັງຄາວັດປະດັບປະດາດ້ວຍເຄື່ອງທີ່ສວຍງາມ ພື້ນຂອງວັດທາດ້ວຍສີດຳ, ສີເທົ າແລະກະໂລສີ ຂາວຝຣັ່ງໃນສະຕະວັດທີ 19.
ທ່ານຈະສັງເກດເຫັນວັດທີ່ມີຂະໜາດນ້ອຍໆທີ່ມີກະແຈຕິດກັບອາຄານ ຖືກສ້າງຂື້ນໂດຍນາຍົກລັດຖະມົນຕີລາວໃນປີ 2013 ເພື່ອປົກປ້ອງພະພຸດທະຮູບທີ່ມີຄ່າຂອງວັດບາງສ່ວນ ທີ່ຖືກໂຈນລັກ ເຊິ່ງມີພະພຸດທະຮູບຫຼາຍກວ່າ 200 ອົງທີ່ຖືກເຊື່ອງໄວ້ໃນວັດແຫ່ງນີ້ ລວມທັງພະພຸດທະຮູບທີ່ມີອາຍຸຕັ້ງແຕ່ສະຕະວັດທີ 13.

2. ວັດຈອມເພັດ

ວັດຈອມເພັດ ຕັ້ງຢູ່ທາງທິດເໜືອຂອງບ້ານຊຽງແມນ ຫ່າງຈາກນະຄອນ ຫຼວງພະບາງ ປະມານ 3 ກິໂລແມັດ, ສາມາດເດີນທາງໄປໄດ້ 2 ທາງຄື ທາງລົດ ແລະ  ທາງເຮືອ, ໃຊ້ເວລາປະມານ 5 ນາທີ, ວັດຈອມເພັດ ເປັນວັດທີ່ມີຄວາມໂດດເດັ່ນ ແລະ ມີຊື່ສຽງຂອງເມືອງຈອມເພັດ ຕັ້ງຢູ່ເທິງພູເພັດ ເຊິ່ງສາມາດເບີ່ງເຫັນທັດສະນີຍະພາບຂອງແມ່ນໍ້າຂອງ ແລະ ນະຄອນຫຼວງພະບາງ, ວັດນີ້ຖືກສ້າງຂື້ນໃນປີ ຄ ສ 1888 ໃນລາດຊະການຂອງເຈົ້າມະຫາຊີວິດອຸ່ນຄຳ ໂດຍການສ້າງ ແລະບູລະນະຂອງນາຍຊ່າງຄົນລາວ ແລະ ຄົນໄທ ແຕ່ຝາທາງດ້ານໃນຂອງວັດເປັນສີລະປະຂອງຈີນ ແລະ ໄທ.

3. ວັດລ້ອງຄູນ

ຍ່າລືມໃຫ້ເວລາຕົວເອງພຽງພໍໃນການພີດເພີນໄປກັບວັດແຫ່ງນີ້ ທີ່ຕັ້ງຢູ່ເທິງແຜ່ນດີນອັນຮົ່ມເຢັນແຄມແມ່ນໍ້າຂອງ ໃນຂະນະທີ່ທ່ານກຳລັງຍ່າງຂຶ້ນຂັນໄດໄປທາງເຂົ້າບໍລິເວນວັດໃຫ້ຫຼຽວໄປທາງເບື້ອງຊ້າຍ ທ່ານຈະປະຫລາດໃຈຫລາຍທີ່ໄດ້ເຫັນຮູບຕົ້ນປາມທີ່ມີລັກສະນະຄືໃນສະໄໝກ່ອນປະຫວັດສາດ ທີ່ມີໃບຢ່າງຫຼວງຫຼາຍ ຍ່າງອ້ອມບໍລິເວນທາງເຂົ້າວັດ, ສິ່ງທຳອິດທີ່ທ່ານຈະສັງເກດເຫັນແມ່ນມີຮູບແຕ້ມສອງແຜ່ນຢູ່ທາງຂ້າງຂອງປະຕູວັດ ເຊິ່ງສ້າງຂື້ນໃນສັດຕະວັດທີ່ 18 ກາຍເປັນບ່ອນຢູ່ອາໄສຂອງທະຫານຈີນ ໃນປີ ພສ 2433 ຕອນທີ່ພວກເຂົາມາເຮັດສົງຄາມຢູ່ຫຼວງພະບາງ, ມີເລື້ອງເລົ່າວ່າພວກທະຫານບໍ່ສາມາດນອນຫຼັບໄດ້ດີຍ້ອນມີວິນຍານມາລົບກວນເຮັດໃຫ້ພວກເຂົາຕື່ນຢູ່ຕະຫຼອດເວລາ, ດັ່ງນັ້ນ, ພວກເຂົາຈື່ງໄດ້ແຕ້ມຮູບນີ້ ເພື່ອປົກປ້ອງຄຸ້ມຄອງກອງທັບ ແລະ ເຮັດໃຫ້ພວກເຂົານອນຫຼັບຢ່າງສະຫງົບໃນລະຫວ່າງທີ່ພັກຜ່ອນ, ນອກນີ້ທ່ານຍັງຈະເຫັນຮູບແຕ້ມທີ່ສວຍສົດງົດງາມຢູ່ຝາຂອງວັດ ເປັນຮູບແຕ້ມພະເຈົ້າ ສິບຊາດ ທີ່ບັນຍາຍເຖິງການດຳລົງຊີວິດຕອນເປັນມະນຸດຂອງພະພຸດທະເຈົ້າ.

ວັດລ້ອງຄູນ ເປັນວັດທີ່ສຳຄັນທາງດ້ານປະຫວັດສາດ ເພາະເປັນສະຖານທີ່ທີ່ເຈົ້າຊີວິດລາວຫຼາຍຄົນມານັ່ງສະມາທິກ່ອນຈະຂື້ນຄອງລາດ, ດ້ານຫຼັງຂອງວັດທ່ານຈະເຫັນເຮືອນໄມ້ເກົ່າສອງຫຼັງ ແລະ ສະຖານທີ່ ທີໃຊ້ເປັນບ່ອນນັ່ງສະມາທິ ເປັນຫ້ອງສີ່ຫຼ່ຽມຍາວສີຂາວ, ບໍ່ມີປ່ອງຢ້ຽມ, ອາຄານທັງໝົົດຖືກສ້າງຂື້ນໃນສັດຕະວັດທີ່ 18 ແລະ ເປັນສະຖານທີ່ຂອງເຈົ້າຊີວິດ ແລະ ລູກຫຼານມານັ່ງສະມາທິ.

ເປີດທຸກມື້ເລີ່ມຕັ້ງແຕ່ເວລາ 8:00 – 17:00 ໂມງແລງ.

ຖ້າທ່ານຊື້ປີ້ເຂົ້າຊົມຢູ່ວັດລ້ອງຄູນແລ້ວ ທ່ານສາມາດໄປທ່ຽວຊົມວັດອື່ນໄດ້ທີ່ຢູ່ໃກ້ກັບວັດລ້ອງຄູນໄດ້ ໂດຍບໍ່ຕ້ອງໄດ້ຈ່າຍຄ່າປີ້ອີກ.

4. ວັດຖໍ້າສັກກະລິນ

ທ່ານຮູ້ຫຼືບໍ່ວ່າຄົນລາວເຊື່ອຖືກັນວ່າຖ້ານໍ້າໃນຖໍ້າຍ້ອຍລົງໃສ່ຫົວຂອງທ່ານ, ທ່ານຈະໂຊກດີ, ວັດຖໍ້າແຫ່ງນີ້ແມ່ນຢູ່ໃກ້ກັບລ້ອງຄູນ, ສຳລັບປີ້ເຂົ້າຊົມແມ່ນຈະລວມທັງຄ່າໄກ້ທ້ອງຖິ່ນເພື່ອນຳພາທ່ານໄປຖໍ້າ ແລະ ໄຂກະແຈຖໍ້າໃຫ້ທ່ານ. ຖໍ້າແຫ່ງນີ້ເປັນສະຖານທີ່ປະຕິບັດທຳຂອງເຈົ້າຊີວິດ ແລະ ມີທາດສີຂາວຂະໜາດນ້ອຍທີ່ເກັບກະດູກຂອງອາດີດເຈົ້າຊີວິດ, ຢູ່ຊັ້ນລຸ່ມຂອງຖໍ້າທ່ານຈະເຫັນຫີນທຳມະຊາດທີ່ປະຊາຊົນເຊື່ຶອວ່າມີລັກສະນະຄືນົກອິນຊີ.
ມີສອງວິທີໃນການເດີນທາງກັບຄືນໄປຫາທ່າເຮືອ ພາຍຫຼັງສຳເລັດໃນການທ່ຽວຊົມວັດນີ້ ທ່ານສາມາດຍ່າງກັບຄືນຜ່ານບ້ານຊຽງແມນ ຫຼື ຍ່າງອ້ອມກັບມາຕາມທາງທີ່ບໍ່ປູຢາງ.

5. ພັກທ່ຽງ

ຢູ່ແຄມຝັ່ງແມ່ນໍ້າຂອງຝາກເມືອງຈອມເພັດນີ້ ບໍ່ມີຮ້ານອາຫານຫຼາຍຮ້ານໃຫ້ທ່ານໄດ້ເລືອກກິນຕາມໃຈ, ດັ່ງນັ້ນເຮົາແນະ ນຳໃຫ້ທ່ານເອົານໍ້າດື່ມ, ເຂົ້າໜົມໃສ່ກະເປົາໄປນຳ ເມື່ອທ່ານອອກຈາກວັດຊຽງແມນ ທ່ານຈະເຫັນຮ້ານເຟີຂອງປະຊາຊົນຕັ້ງຂາຍໜ້າເຮືອນ, ແຄມທາງ ປະກອບມີເຟີຊີ້ນໄກ່, ງົວ, ຄວາຍ ແລະ ຊີ້ນໝູ ເຮັດໃຫ້ທ່ານອີ່ມໄປໄດ້ເລີຍ, ນອກຈາກນີ້ຍັງມີຮ້ານອາຫານທີ່ມີບັນຍາກາດດີ ມີລະບຽງທີ່ສາມາດເບີ່ງເຫັນແມ່ນໍ້າເບື້ອງຂວາມື ພາຍໃນຮ້ານການບໍລິການທັງອາ ຫານລາວ ແລະອາຫານໄທຕື່ມອີກ.

6. ບ້ານຈ່ານເໜືອ

ມີຊື່ສຽງທາງດ້ານເຄື່ອງປັ້ນດິນເຜົາ ມີທັງໄຫນໍ້າ, ໝໍ້, ຄົກ ແລະໂຖດອກໄມ້, ບ້ານຈ່ານ ຕັ້ງຢູ່ແຄມແມ່ນໍ້າຂອງ ກົງກັນ ຂ້າມກັບນະຄອນ ຫຼວງພະບາງ, ຜະລິດຕະພັນເຄື່ອງປັ້ນດີນເຜົາຂອງບ້ານຈ່ານສາມາດພົບເຫັນໃນທົ່ວປະເທດລາວເຊັ່ນຢູ່ໃນເຮືອນ, ສວນ ຫຼືຢູ່ຕາມໂຮງແຮມ, ຮ້ານອາຫານ, ເຮືອນພັກຕ່າງໆທີ່ມີຊື່ສຽງ ຊື່ງໂຖດອກໄມ ແລະໄຫຂອງບ້ານຈ່ານມີຫຼາຍກວ່າ 50 ແບບ ແລະຍັງສາມາດຜະລິດຕາມສັ່ງໄດ້ອີກຫຼາຍຮູບແບບໂດຍຊ່າງຫັດຖະກຳປັ້ນດີນເຜົາພາຍໃນບ້ານຈ່ານ, ບ້ານຈ່ານຫ່າງຈາກທ່າເຮືອຈອມເພັດ ປະມານ 4 ກິໂລແມັດ ຫາກທ່ານຂີ່ລົດຖີບໄປຈະງ່າຍກວ່າ ເມື່ອທ່ານມາຮອດໃນບ້ານໃຫ້ລ້ຽວຂວາທີ່ສີ່ແຍກ ແລະທ່ານຈະເຫັນສູນຫັດຖະກຳເຄື່ອງປັ້ນດິນເຜົາ ປະມານ 100 ແມັດ ທາງດ້ານຂາວມືມີທ່າເຮືອບ້ານຈ່ານ ຖ້າທ່ານຮູ້ສືກເມື່ອຍຫຼັງຈາກການເດີນທາງ ຫຼືຂີ່ລົດ ທ່ານສາມາດຂີ່ເຮືອ ແລະນຳລົດຂອງທ່ານຂື້ນເຮືອເພື່ອເດີນທາງກັບໄປຫຼວງພະບາງ, ຫາກທ່ານຕ້ອງການຮຽນຮູ້ການປັ້ນໝໍ້ດິນ ແລະລົງມືເຮັດຈະມີບໍລິສັດ ທົວຫຼາຍແຫ່ງໃນຫຼວງພະບາງຈັດຄອດສຮຽນໃຫ້ທ່ານໄດ້.

7. ນໍ້າຕົກຕາດຮ້ອຍຄົວ

ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈໃນເມືອງຈອມເພັດ ເຊິ່ງພາຍໃນບໍລິເວນນໍ້າຕົກຕາດມີຄວາມສະຫງົບຮົ່ມເຢັນ ແລະ ຕາດສູງເຖິງ 100 ແມັດ, ໃນຊ່ວງລະດູຝົນຕາດຈະມີນໍ້າຫຼາຍ ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ, ໂດຍແມ່ນບໍລິສັດລາວກຣີນ ເປັນຜູ້ສຳປະທານພັດທະນາແຫຼ່ງທ່ອງທ່ຽວແຫ່ງດັ່ງກ່າວ, ທ່ານສາມາດໄປທ່ຽວກັບໜູ່ເພື່ອນ, ຄອບ ຄົວ ເພື່ອຜ່ອນຄາຍໄປກັບບັນຍາກາດທີ່ງຽບສະຫງົບ ແລະ ກົງກັນຂ້າມກັບນໍ້າຕົກຕາດຈະມີສວນດອກໄມ້ຫຼາກຫຼາຍຊະນິດຫຼາຍສີສັນສວຍງາມໃຫ້ຊື່ນຊົມ, ທ່ານສາມາດຈ່ອງການເດີນທາງກັບບໍລິສັດທາງ ເວັບໄຊ ຊື່ງລວມທັງຄ່າເຮືອ ແລະພາ ຫະນະທີ່ຈະເຂົ້າໄປທ່ຽວຊົມສວນ.

Scroll to Top