ຍ່າງປ່າທ່ຽວຊົມທໍາມະຊາດ

ສະຫວັນຂອງຄົນຮັກທຳມະຊາດ: ສວນນໍ້າດົງ ແລະການຍ່າງທ່ຽວຊົມທຳມະຊາດ

ໃຊ້ເວລາມື້ໜຶ່ງ ກັບຄວາມງາມຂອງທຳມະຊາດ ເລີ່ມຕົ້ນທີ່ສວນນໍ້າດົງ ແລະ ຫຼັງຈາກນັ້ນຍ່າງປ່າຈາກບ້ານຊົນເຜົ່າມົ້ງໄປຫານໍ້າຕົກຕາດກວາງຊີ ທີ່ມີຊື່ສຽງຂອງໂລກ ແລະຈົບດ້ວຍໝີດວງຈັນ ແລະແມງກະເບື້ອ.

1. ອຸດທິຍານນໍ້າດົງ

ສວນນໍ້າດົງ ຫ່າງຈາກນະຄອນ ຫຼວງພະບາງພຽງ 10 ກິໂລແມັດ, ໄດ້ເປີດໃຫ້ບໍລິການໃນເດືອນກັນຍາ 2016 ເປັນສະຖານທີ່ທ່ອງທ່ຽວທີ່ໃຫຍ່ຂອງເມືອງ. ມີພື້ນທີ່ພັກຜ່ອນ ແລະ ມີກິດຈະກຳຫຼາຍຢ່າງ ຕັ້ງແຕ່ກິດຈະກຳການຜະຈົນໄພຂີ່ສະລິ່ງ ໄປຈົນເຖິງກິດຈະກຳອື່ນໆເຊັ່ນການໃຫ້ອາຫານປາ ແລະ ຍັງມີສະຖານທີ່ຮົ່ມເຢັນຫຼາຍບ່ອນສຳລັບນັ່ງຊົມທິວທັດທຳມະຊາດ ລະຫວ່າງທາງຍ່າງເພື່ອໄປຈຸດໃຈກາງຂອງສວນນໍ້າດົງຈະຕ້ອງຍ່າງຜ່ານສວນດອກໄມ້ກູຫຼາບ ແລະ ສວນຜັກປອດສານພິດ. ນອກນີ້ ທ່ານຍັງສາມາດຊີມລົດຊາດອາຫານລາວຈາກຮ້ານອາຫານພາຍໃນສວນ ແລະ ຊົມທິວທັດທຳມະຊາດໄປພ້ອມໆກັນໄດ້ອີກດ້ວຍ, ມີສະລອຍນໍ້າຫລາຍແຫ່ງທີ່ປອດໄພສາມາລົງອາບໄດ້. ແຕ່ຖ້າທ່ານສົນໃຈເລື່ອງຄວາມງາມກໍ່ມີສະປາໃຫ້ບໍລິການ, ເປັນສະປາເຮືອນຕົ້ນໄມ້ ຄົນທີ່ຮັກສຸຂະພາບຕ້ອງໄດ້ລອງ, ໃນບໍລິເວນໃກ້ກັນນີ້ຍັງມີຟາມເຜິ້ງ ຊຶ່ງຫມາຍຄວາມວ່າທ່ານສາມາດຊື້້ນໍ້າເຜີ້ງ ເພື່ອເອົາໄປຕ້ອນພີ່ນ້ອງ ແລະ ໝູ່ເພື່ອນໄດ້.

  • ການເຂົ້າເຖິງດ້ວຍວິທີງ່າຍທີ່ສຸດໃນການເດີນທາງສະດວກດ້ວຍການຂີ່ລົດຈັກ ຫຼື ລົດຕຸກຕຸກ.

2. ຍ່າງປ່າບ້ານລ້ອງເລົາ

ເລີ່ມຕົ້ນທີ່ບ້ານເຜົ່າມົ້ງ ຍ່າງຕາມເສັ້ນທາງຜ່ານສວນຢາງພາລາ, ທົ່ງໄຮ່ທົ່ງນາ ແລະ ຜ່ານຮ່ອມພູຜາທີ່ປົກຄຸມໄປດ້ວຍປ່າໄມ້ (ໃນຂະນະກໍາລັງຍ່າງປ່ານັ້ນຄວນໄດ້ຄວນຮັບຟັງການແນະນຳຈາກຜູ້ນຳທ່ຽວໃນຢ່າງໃກ້ສິດ ເພາະວ່າການເດີນທາງເອງສາມາດເຮັດໃຫ້ຫຼົງທາງໄດ້). ການຍ່າງໂດຍປົກກະຕິຈະໃຊ້ເວລາ ປະມານ 3-4 ຊົ່ວໂມງ, ໃນຊົ່ວໂມງທຳອິດທ່ານຈະໄດ້ເຫັນໃບໄມ້ ທຳມະຊາດສວຍງາມ, ເຊິ່ງຈຸດນີ້ເປັນຈຸດທີ່ດີທີ່ສໍາລັບແວ່ພັກເຊົາເມື່ອຍ ແລະ ກິນອາຫານວ່າງ, ຈາກນັ້ນເດີນທາງໄປຈຸດໝາຍປາຍທາງສຸດທ້າຍແມ່ນ ຕາດກວາງຊີ ບ່ອນທີ່ທ່ານສາມາດພັກຜ່ອນຫຼັງຈາກຂື້ນພູ ຫຼືຍ່າງປ່າດ້ວຍຄວາມເມື່ອຍແລ້ວ, ຍັງມີສະຖານທີ່ລໍຖ້າໃຫ້ທ່ານໄວ້ຜ່ອນຄາຍດ້ວຍການອາບນໍ້າ, ລອຍນໍ້າ. ຢູ່ບ້ານລອງລາວມີສອງບ້ານ ແລະພວກເຂົາຈະຜັດປ່ຽນກັນນຳພານັກທ່ອງທ່ຽວ ອາດຈະມີຄ່າທຳນຽມເລັກນ້ອຍໃຫ້ແກ່ຜູ່ນຳທ່ຽວ. ນອກນັ້ນຍັງມີບໍລິສັດທ່ອງທ່ຽວຫຼາຍແຫ່ງຢູ່ໃນເມືອງທີ່ມີບໍລິການທ່ຽວແບບຊຸດທ່ອງທ່ຽວລວມເຖິງຄ່າຜູ້ນຳທ່ຽວຍ່າງປ່ານີ້ດ້ວຍ.

3. ນໍ້າຕົກຕາດກວາງຊີ

ຖ້າທ່ານຖາມນັກທ່ອງທ່ຽວທຸກຄົນທີ່ເຂົ້າມາທ່ອງທ່ຽວຫຼວງພະບາງ ກ່ຽວກັບສະຖານທີ່ທ່ອງ ທ່ຽວທີ່ໜ້າສົນໃຈ, ສ່ວນຫຼາຍຈະເວົ້າເຖິງນໍ້າຕົກຕາດກວາງຊີ ໃນຊ່ວງລະດູແລ້ງ ໜອງໃນພື້ນຖານຂອງນໍ້າຕົກຕາດແມ່ນມີສີຂຽວມໍລະກົດ, ເຮັດໃຫ້ມັນກາຍເປັນໜຶ່ງໃນນໍ້າຕົກຕາດທີ່ມີການຖ່າຍຮູບຫຼາຍທີ່ສຸດໃນໂລກ. ມີບ່ອນກິນເຂົ້າປ່າ ແລະບ່ອນນັ່ງອ້ອມແອ້ມຫຼາຍບ່ອນ, ບ່ອນທີ່ທ່ານສາມາດຮັບປະທານອາຫານວ່າງຫລັງຈາກອາບນໍ້າ ຫລື ຫຼີ້ນນໍ້າ. ໃຫ້ລະມັດລະວັງບໍລິເວນຂອບເຂດຂອງນໍ້າຕົກແມ່ນມີຄວາມມື່ນຫຼາຍ, ສະນັ້ນ ຄວນລະມັດລະວັງເປັນພິເສດ.

4. ສູນອານຸລັກໝີ

ຢູ່ບໍລິເວນທາງເຂົ້າສູ່ນໍ້າຕົກຕາດກວາງຊີ, ທ່ານຈະເຫັນສູນອະນຸລັກໝີ. ເຊີ່ງດຳເນີນການໂດຍໂຄງການທີ່ບໍ່ຫວັງຜົນກຳ ໄລຂອງອົດສະຕາລີທີ່ມີຊື່ວ່າ Free The Bears, ມີໝີຫຼາຍກວ່າ 35 ໂຕທີ່ຖືກຊ່ວຍເຫຼືອຈາກການຄ້າຂາຍສັດປ່າທີ່ຜິດກົດໝາຍ, ຢູ່ໃນສູນມີພື້ນທີ່ໃຫ້ໝີຫຼິ້ນ ມີອາຫານທີ່ມີທາດບຳລຸງ ແລະ ໄດ້ຮັບການດູແລດ້ວຍຄວາມຮັກ ສູນດັ່ງກ່າວແມ່ນອາໄສການບໍລິຈາກຂອງປະຊາຊົນ ຫຼືນັກທ່ອງທ່ຽວ ເພາະວ່າພວກເຂົາບໍ່ໄດ້ຮັບຄ່າຈ້າງພາສີທີ່ນັກທ່ອງທ່ຽວຕ້ອງຈ່າຍຄ່າເຂົ້າຊົມ ແຕ່ສູນດັ່ງກ່າວຫວັງວ່າໃນອະນາຄົດອັນໃກ້ນີ້ມັນຈະຍ້າຍໝີ ໄປບ່ອນທີ່ໃຫຍ່ກວ່າ ແລະດຽວນີ້ກຳລັງລະ ດົມຫາເງິນເພື່ອເຮັດໃຫ້ໝີຫລາຍກວ່າ 100 ໂຕນີ້ມີຊີວິດຢູ່ໃນສະພາບຮ້າຍແຮງໃນຟາມລ້ຽງໝີໃນປະເທດລາວ. ນີ້ແມ່ນຜົນມາຈາກຄວາມຕ້ອງການຂອງບາງຄົນທີ່ຕ້ອງການຢາກເອົາໝີ ມາເຮັດຢາບໍາລຸງຮ່າງກາຍ, ຖ້າທ່ານໄດ້ໄປທ່ຽວຊົມນໍ້າຕົກຕາດກວາງຊີຍ່າລືມຊື້ເສື້ອຍືດ Free The Bears ເພື່ອສະໜັບສະໜູນການເຮັດວຽກຂອງສູນອານຸລັກໝີ.

5. ສວນແມງກະເບື້ອ (ຕາດກວາງຊີ)

ກິດຈະກຳສິ້ນສຸດຂອງມື້ໜື່ງບໍມີຫຍັງຈະດີໄປກວ່າການສະປາຕີນ (ບຳບັດ) ດ້ວຍປາໃນນໍ້າທຳມະຊາດອ້ອມຮອບດ້ວຍແມງກະເບື້ອ ແລະພືດເຂດຮ້ອນ, ໃນປີ 2014 ຄູ່ຜົວເມຍຊາວຮອນແລນໄດ້ຕັດສິນໃຈເປີດສວນແມງກະເບື້ອນີ້ເພື່ອສ້າງສະຖານທີ່ສຶກສາໃຫ້ແກ່ເດັກນ້ອຍນັກຮຽນທ້ອງຖິ່ນ. ພວກເຂົາເອົາຄວາມຮັກແລະຄວາມເອົາໃຈໃສ່ຫລາຍໃນການອອກແບບສວນ ແລະໜຶ່ງໃນຄຸນລັກສະນະທີ່ໜ້າຮັກທີ່ສຸດແມ່ນສະປາຕີນທຳມະຊາດ.

Scroll to Top