ທ່ຽວ 1 ວັນ ທີ່ເມືອງນານ

ຖໍ້າ ແລະ ທັດສະນີຍະພາບ: ໜື່ງວັນທີ່ເມືອງນານ

ຫຼົງໄຫຼກັບຄວາມງຽບສະຫງົບຂອງນໍ້າຕົກຕາດກະຈຳ, ຍ່າງທ່ຽວຊົມວິຖີຊີວິດບ້ານຊົນເຜົ່າກື່ມມຸແບບດັ້ງເດີມ ເພື່ອໃຫ້ທ່ານໄດ້ພົບກັບຖໍ້າເຈຍ ຖໍ້າທຳມະຊາດທີ່ສວຍງາມ.

1. ຕາດກະຈໍາ

ເປັນນໍ້າຕົກທີ່ຄົນຈຳນວນໜ້ອຍຮູ້ຈັກ ຫ່າງຈາກນະຄອນ ຫຼວງພະບາງປະມານ 40 ກິໂລແມັດ, ນໍ້າຕົກຕາດກະຈຳ ມີຂົວເພື່ອໃຫ້ທ່ານຍ່າງ ແລະຜ່ອນຄາຍ ມີຮ້ານອາຫານທີ່ຂາຍຢູ່ໃກ້ນໍ້າຕົກບ່ອນທີ່ທ່ານສາມາດຮັບປະທານອາຫານເທິງລະບຽງເບິ່ງນໍ້າຕົກຕາດ.

2. ບ້ານຊົນເຜົ່າມົ້ງ, ກື່ມມຸ

ມີຫຼາຍຊົນເຜົ່າດຳລົງຊີວິດຢູ່ຕາມບ້ານຕ່າງໆຕາມເສັ້ນທາງໄປເມືອງນານ ແລະຢຸດຢູ່ໝູ່ບ້ານເຫລົ່ານີ້ ແລ້ວຍ່າງອ້ອມຮອບ ທ່ານຈະເຫັນຕູບໄມ້ໄຜ່ແບບດັ້ງເດີມ ເຊິ່ງແມ່ນເຮືອນທີ່ຊາວບ້ານປຸກສ້າງຂື້ນ ເພື່ອຢູ່ອາໄສ ແລະດຳລົງຊີວິດປະຈຳວັນ. ກະລຸນາເຄົາລົບວັດທະນະທຳທ້ອງຖິ່ນໂດຍການຮັກສາໄລຍະຫ່າງຂອງທ່ານ ແລະຖ່າຍຮູບເມື່ອໄດ້ຮັບອະນຸຍາດ.

3. ເມືອງນານ

ສຳລັບອາຫານທ່ຽງໃນເມືອງນານ, ລອງກິນເຟີຮ້ອນໆທີ່ຮ້ານອາຫານແຄມທາງເບີ່ງ ແລ້ວທ່ານຈະພົບກັບຄວາມແຊບແບບພື້ນບ້ານທີ່ນີ້ ຖ້າທ່ານມຸ່ງໜ້າໄປທາງໄຊຍະບູລີ, ທ່ານຈະໄດ້ພົບກັບສວນເບຍມິດຕະພາບ ພວກເຂົາໃຫ້ບໍລິການອາ ຫານທີ່ແຊບເຊັ່ນ: ປາໜື້ງໝາກນາວ, ຂົ້ວຜັກປອດສານພິດ, ລາບ, ແກງ ແລະເຂົ້າໜຽວ. ໃນເມືອງນີ້ມີວັດວາອາຮາມທີ່ສວຍງາມຫລາຍແຫ່ງ, ໜຶ່ງໃນນັ້ນແມ່ນວັດສີມຸງຄູນ.

4. ຖໍ້າເຈຍ ຫຼືຖໍ້ານົກແອ່ນ

ໜຶ່ງໃນຖໍ້າທີ່ມີທາງເຂົ້າເລິກທີ່ສຸດໃນປະເທດລາວ ຖ້າທ່ານຕ້ອງການໄປທ່ຽວຊົມຖໍ້າເຈຍ ໃຫ້ລ້ຽວໄປທີ່ບ້ານທ່າລີ ແລະຍ່າງຕາມເສັ້ນທາງຈົນກວ່າທ່ານຈະເຫັນໂຮງງານສີຟ້າໃຫຍ່ຢູ່ເບື້ອງຊ້າຍມືຂອງທ່ານ ໃຊ້ຖະໜົນດິນແດງຢູ່ເບື້ອງຂວາ ແຕ່ຕ້ອງລະມັດລະວັງເພາະມັນສາມາດເຂົ້າເຖິງໄດ້ພຽງລົດ 4 ລໍ້ເທົ່ານັ້ນ, ພວກເຮົາຂໍແນະນຳ ໃຫ້ຂັບຂີ່ໄປເຄິ່ງທາງ. (ທ່ານຈະເຫັນຕູບນ້ອຍໆ ແລະ ໜອງນໍ້າ) ແລະຍ່າງຕາມໄລຍະທາງທີ່ເຫລືອ ປະມານ 20 ນາທີ, ທ່ານຈະໄປຮອດຕູບບ່ອນທີ່ທ່ານສາມາດໃຫ້ທ້າວ ຫຸມເພັງ ພາທ່ານຂຶ້ນໄປທີ່ຖໍ້າ ອາດຈະມີຄ່າທຳນຽມເລັກນ້ອຍ. ການປີນພູແມ່ນມີຄວາມສູງຊັນແລະທາງມື່ນ ເຊິ່ງຈະໃຊ້ເວລາປະມານ 20 ນາທີ ທ່ານສາມາດຍ່າງໄປອ້ອມຮອບພາຍໃນຖໍ້າ ແລະ ສັງເກດເບິ່ງຫີນຍ້ອຍ, ນົກແອ່ນຫຼາຍຮ້ອຍໂຕທີ່ອາໄສຢູ່ໃນຖໍ້າ ແຕ່ໃຫ້ກຽມພ້ອມກັບກິ່ນເໝັ້ນຂອງຂີ້ນົກ.

5. ເບີ່ງຕາເວັນອັດສະດົງ ພ້ອມກິນເຂົ້າແລງທີ່ເມືອງຊຽງເງິນ

ເບິ່ງຕາເວັນອັດສະດົງ ແລະ ຄວາມສວຍງາມຂອງພູເຂົາທີ່ຢູ່ອ້ອມຮອບ ແລະອາຫານລາວແຊບໆແວ່ທີ່ເມືອງຊຽງເງີນ ຕັ້ງຢູ່ລະຫວ່າງທາງກັບໄປຫຼວງພະບາງ ໄປຕາມເສັ້ນທາງກາງມືອງ ແລະ ຂຶ້ນໄປເທີງພູ ເຊິ່ງທ່ານຈະໄດ້ພົບກັບຮ້ານອາຫານ ແລະ ເຮືອນພັກຫລາຍໆແຫ່ງທີ່ເບິ່ງເຫັນແມ່ນໍ້າຄານ, ພວກເຮົາແນະນຳວິວຊຽງເງີນ (View Xiengnguen) ເຊິ່ງມີອາຫານແຊບທີ່ດີເລີດ ແລະມີວິວທິວທັດທີ່ສວຍສົດງົດງາມ.

Scroll to Top