ທ່ຽວ 1 ວັນ ທີ່ເມືອງປາກອູ

ລ່ອງເຮືອຕາມສາຍນໍ້າ: ທ່ຽວ1 ວັນ ທີ່ເມືອງປາກອູ

ຮຽນຮູ້ວິທີການເຮັດເຫຼົ້າຂາວລາວ ເບິ່ງຮູບປັ້ນພະພຸດທະຮູບນັບພັນອົງໃນຖໍ້າທີ່ມີຄວາມສວຍງາມທີ່ສຸດໃນປະເທດ ແລະໃຊ້ເວລາພັກຜ່ອນໄປຕາມແມ່ນໍ້າ. ມີຫຼາຍຊ່ອງທາງໃນການເຂົ້າເຖິງຖໍ້າປາກອູເຊັ່ນ: ການເດີນທາງດ້ວຍເຮືອໄປຕາມແມ່ນໍ້າຂອງ ໃຊ້ເວລາປະມານ 1.5 ຊົ່ວ ໂມງ, ນອກນີ້ທ່ານຍັງສາມາດໄປດ້ວຍລົດຕູ້, ລົດຕຸກຕຸກ ຫຼືລົດຈັກໄປຫາບ້ານປາກອູ ແລະ ຂີ່ຂີ່ເຮືອຂ້າມໄປຫາຖໍ້າໄດ້.

1. ດູນຄູນ

ໃນອາດີດຜ່ານມາເຈົ້າສຸກກະເສີມ ຜູ້ຄອງລາດ ແຕ່ປີ ພສ 2381- ພສ 2394 ໄດ້ໃຊ້ດອນຄູນເປັນຈຸດແວ່ພັກເຊົາຄ້າງຄືນຈາກການເຮັດບຸນທີ່ຖໍ້າຕິ່ງ, ເຈົ້າສຸກກະເສີມ ແລະຄອບຄົວ ເຕີບໃຫ່ຍດ້ວຍຜັກ ແລະ ໝາກໄມ້ຢູ່ໃນດອນຄູນ, ມີທີ່ຢູ່ອາໄສທີ່ສາມາດຜ່ອນຄາຍໃນເວລາເພີດເພີນໄປກັບທັດສະນິຍະພາບຂອງແມ່ນໍ້າຂອງ.

2. ບ້ານຊ່າງໄຫ

ບໍ່ວ່າທ່ານຈະໄປຢ້ຽມຢາມບ້ານໃດໃນຊ່ວງເວລາທີ່ທ່ານຢູ່ໃນປະເທດລາວ ສິ່ງໜື່ງທີ່ທ່ານໜັ້ນໃຈຈະໄດ້ຮັບຫາກທ່ານຮ່ວມຮັບປະທານອາຫານກັບປະຊາຊົນກໍ່ຄືເຫຼົ້າຂາວລາວ ຫາກທ່ານສົງໄສເຄື່ອງດື່ມນີ້ເຮັດຂື້ນໄດ້ແນວໃດ ບໍ່ມີສະຖານທີ່ໃດດີກວ່າບ້ານຊ່າງໄຫອີກແລ້ວ, ບ້ານຊ່າງໄຫຕັ້ງຢູ່ແຄມແມ່ນໍ້າຂອງ ແລະປະຊາຊົນຍັງຮັກສາວິຖີຊີວິດແບບດັ່ງເດີມ, ມີສາມສະຖານທີ່ທີເປີດໂອກາດໃຫ້ນັກທ່ອງທ່ຽວໄດ້ຊົມຂັ້ນຕອນການຕົ້ມເຫຼົ້າຂາວ, ນອກນີ້ຍັງມີຮ້ານຄ້າຫຼາຍຮ້ານຢູ່ພາຍໃນບ້ານຂາຍເຫຼົ້າຂາວແບບແຮງໆທີ່ມີແອວກໍຮໍເຖິງ 50% ແລະແບບທີ່ມີແອວກໍຮໍເລັກນ້ອຍ 15%, ຄົນລາວເຊື່ອວ່າເຫຼົາຂາວທີ່ບອງດ້ວຍງູ ຫຼືແມງງອດນັ້ນເປັນຍາບໍາລຸງຮ່າງກາຍ ດັ່ງນັ້ນທ່ານຈະເຫັນສັດແປກໆບາງຊະນິດຢູ່ໃນແກ້ວເຫຼົ້າ ສ່ວນໃຫ່ຍເຮືອທີ່ມີທົວຈາກຫຼວງພະບາງໄປຫາປາກອູຈະມາຢຸດແວ່ຢ້ຽມຊົມບ້ານຊ່າງໄຫແຫ່ງນີ້.

3. ຖໍ້າຕິ່ງ ຫຼື ຖໍ້າປາກອູ

ຖໍ້າຕິ່ງ ຫຼືທີ່ຮູ້ກັນດີວ່າຖໍ້າປາກອູ ເນື່ອງຈາກຢູ່ໃກ້ກັບບ້ານປາກອູ ມີສອງຖໍ້າທີ່ຕັ້ງຢູ່ໃນບໍລິເວນນີ້ຄື: ຖໍ້າລຸ່ມ ແລະຖໍ້າເທິງ, ຖໍ້າລຸ່ມແມ່ນເປັນທີ່ນິຍົມກັນຫຼາຍ ແລະມີການຖ່າຍຮູບຢ່າງກວ້າງຂວາງ, ໜ້າຖໍ້າມີລັັກສະນະເປີດເລັກນ້ອຍ ແລະນັບຕັ້ງ ແຕ່ພຸດທະສາສະໜາ ໄດ້ຖືກນຳໃຊ້ໃນພື້ນທີ່ ປະຊາຊົນທ້ອງຖິ່ນໄດ້ນຳເອົາພະພຸດທະຮູບມາໄວ້ໃນຖໍ້ານີ້ ເພື່ອເປັນການສັກກາລະບູຊາ, ຢູ່ໃນຖໍ້າແຫ່ງນີ້ມີພຣະພຸດທະຮູບຫລາຍພັນອົງ.

ຂັ້ນໄດຢູ່ເບື້ອງຊ້າຍຂອງຖໍ້າລຸ່ມ ສາມາດນຳທ່ານຜ່ານປ່າໄປຫາຖໍ້າເທິງໄດ້. ໃນໄລຍະບຸນປີໃໝ່ລາວ, ຄອບຄົວລາດຊະວົງໄດ້ເດີນທາງໄປຖໍ້າ ພ້ອມດ້ວຍພະສົງ ແລະປະຊາຊົນທ້ອງຖິ່ນ ຈຳນວນຫຼາຍ ເພື່ອຫົດນໍ້າໃສ່ພະພຸດທະຮູບທີ່ສັກສິດ ເຊິ່ງເປັນສ່ວນໜຶ່ງ ຂອງການສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວ, ພາຍໃນຖໍ້າເທິງມີປະຕູເຂົ້າທີ່ສວຍງາມຫຼາຍເຮັດດ້ວຍໂລຫະ.

4. ນໍ້າອູ

ຂໍໃຫ້ຄົນຂັບເຮືອຂອງທ່ານພາທ່ານໄປລ່ອງເຮືອນ້ອຍທີ່ນໍ້າອູກົງກັນຂ້າມກັບຖໍ້າຕິ່ງ ເພື່ອເບິ່ງທັດສະນິຍະພາບທີ່ສວຍງາມຂອງແມ່ນໍ້າ, ທາງດ້ານໜ້າແມ່ນມີຜາສູງເດັ່ນ ໜ້າຜາຫີນເປັນສີສົ້ມໄໝ້ຍາວຍຽດຈາກທ້ອງຟ້າລົງສູ່ແມ່ນໍ້າດ້ານລຸ່ມ, ທ່ານກວດໃຫ້ແນ່ໃຈວ່າກ້ອງຖ່າຍຮູບຂອງທ່ານພ້ອມແລ້ວ.

5. ຮັບປະທານອາຫານແຄມນໍ້າ

ມີຮ້ານອາຫານແຄມນໍ້າຫລາຍແຫ່ງຕັ້ງຢູ່ປາກອູ. ມີເບຍລາວເຢັນ ແລະມີອາຫານທ້ອງຖິ່ນຫຼາກຫຼາຍຊະນິດ, ພ້ອມທັງອາ ຫານຕາເວັນຕົກ ຈຳນວນໜຶ່ງ. ແຕ່ຖ້າທ່ານຕ້ອງການອາຫານທ່ຽງທີ່ໜ້າຈົດຈຳ ໃນລະຫວ່າງການເດີນທ່ອງທ່ຽວກັບເຮືອນໍ້າອູໃຫ້ໄປທີ່ Kamu Lodge ເປັນຫ້ອງອາຫານແບບເປີດກວ້າງອ້ອມຮອບໄປດ້ວຍທົ່ງນາຂຽວ ແລະບໍລິການອາຫານທ້ອງຖິ່ນສົດໆໃນສວນຜັກປອດສານພິດ. ກະລຸນາໂທຫາເພື່ອຈອງລ່ວງ ໜ້າ.

ອີກທາງເລືອກໜຶ່ງສຳລັບອາຫານທ່ຽງແມ່ນການເດີນທາງໄປທີ່ແຄມຊ້າງໃນບ້ານປາກອູບ່ອນທີ່ທ່ານສາມາດຂີ່ຊ້າງທີ່ອ່ອນໂຍນເຫລົ່ານີ້ ແລ້ວຫັ້ນໜ້າສູ່ແມ່ນໍ້າບ່ອນທີ່ທ່ານສາມາດອາບນໍ້າ ແລະມີຄວາມມ່ວນຊື່ນນຳກັນ. ຢູ່ແຄ້ມຊ້າງມີຮ້ານອາຫານໄວ້ຄອຍບໍລິການແບບງ່າຍຢູ່ເທິງແຄມນໍ້າ.

Scroll to Top