ໜອງຂຽວ

ພູຜາທ່າມກາງສາຍໝອກ: ແຕ່ໜອງຂຽວ ຫາ ເມືອງງອຍ

ລອງຈິນຕະນາການເຖິງສະຖານທີ່ທີ່ເວລາຢຸດນິ້ງ, ບ່ອນທີ່ວິຖີຊີວິດຂອງຊາວບ້ານຍັງຄືເກົ່າເໝືອນຫຼາຍຮ້ອຍປີກ່ອນ. ບ່ອນທີ່ມີພູຜາປ່າດົງທີ່ປົກຄຸມດ້ວຍສາຍໝອກລໍຖ້າຕ້ອນຮັບທ່ານໃນຍາມເຊົ້າ ແລະ ບໍ່ມີຄວາມຟ້າວຟັ່ງໃດໆ ນອກຈາກການນອນເທິງເປຢູ່ແຄມນ້ຳ ແລະ ປ່ອຍໃຫ້ເວລາຄ່ອຍໆຜ່ານໄປ. ຖ້ານີ້ຄືບ່ອນພັກຜ່ອນໃນຝັນຂອງທ່ານ, ຢ່າລືມຫາເວລາໄປທ່ຽວໜອງຂຽວ ແລະ ເມືອງງອຍ. ທ່ານສາມາດໄປຮອດໜອງຂຽວໄດ້ທັງທາງບົກ ແລະ ທາງນ້ຳ, ແຕ່ໃນປັດຈຸບັນ ການໄປຮອດເມືອງງອຍ (ຫຼື ບ້ານງອຍເກົ່າ) ແມ່ນສາມາດໄປໄດ້ທາງເຮືອເທົ່ານັ້ນ.

ມື້ທີ 1

1. ໜອງຂຽວ

ໜອງຂຽວ ໜຶ່ງໃນສະຖານທີ່ທີ່ສວຍງາມທີ່ສຸດໃນລາວ—ໜອງຂຽວມີພູຫີນປູນທີ່ສະຫງ່າງາມ ຄ້າຍຄືກັບຢູ່ເມືອງວັງວຽງ ແຕ່ບໍ່ມີຄວາມວຸ້ນວາຍຈາກນັກທ່ອງທ່ຽວຫຼາຍເກີນໄປ. ຂົວຂ້າມນ້ຳອູເປັນຈຸດຖ່າຍຮູບທີ່ດີທີ່ສຸດໃນທຸກເວລາຂອງມື້ ໂດຍມີເຮືອທີ່ມີສີສັນ ແລະ ຊາວປະມົງຢູ່ເບື້ອງລຸ່ມ. ບ້ານສະພານ ຕັ້ງຢູ່ຝັ່ງຕາເວັນອອກຂອງນ້ຳອູ ເຊິ່ງເປັນບ່ອນທີ່ມີວິວ ແລະ ບ່ອນພັກທີ່ດີທີ່ສຸດ. ສ່ວນຕົວເມືອງໜອງຂຽວແມ່ນຢູ່ຝັ່ງຕາເວັນຕົກ ເຊິ່ງເປັນບ່ອນລວມຂອງບໍລິສັດທ່ອງທ່ຽວຕ່າງໆ. ມີກິດຈະກຳຫຼາຍຢ່າງໃຫ້ເຮັດ—ຕັ້ງແຕ່ການປີນເຂົາໄປຈົນເຖິງການພາຍເຮືອກາຍັກ—ແຕ່ຄົນສ່ວນໃຫຍ່ມັກຈະນັ່ງຢູ່ແຄມນ້ຳ ແລະ ດື່ມດ່ຳກັບຄວາມສະຫງົບ.

viewpoint-nongkhiaw

2. ຖຳ້ຜາທອກ

ຖ້ຳຜາທອກ ຍ່າງຈາກຂົວໄປບໍ່ໄກທາງຝັ່ງຕາເວັນອອກຂອງແມ່ນ້ຳ ກໍຈະເຫັນຖ້ຳຜາທອກ. ສະຖານທີ່ນີ້ເຄີຍເປັນຖານທີ່ໝັ້ນຂອງຂະບວນການປະເທດລາວໃນຊ່ວງສົງຄາມກາງເມືອງ. ຖັດຈາກຂັ້ນໄດເບຕົງສູງຢູ່ທາງເຂົ້າຖ້ຳ ທ່ານຈະເຫັນຂຸມລະເບີດ ເຊິ່ງສະແດງໃຫ້ເຫັນວ່າຖ້ຳແຫ່ງນີ້ມີຄວາມສຳຄັນພຽງໃດໃນການເປັນບ່ອນພັກເຊົາ ແລະ ເປັນບ່ອນຫຼົບໄພ. ເປັນເວລາ 8 ປີ ທີ່ຖ້ຳແຫ່ງນີ້ເປັນບ້ານຂອງຜູ້ຄົນຫຼາຍກວ່າ 300 ຄົນ ໂດຍແບ່ງອອກເປັນ 3 ເຂດຄື: ເຂດໂຮງໝໍ, ເຂດທະຫານ ແລະ ເຂດຕຳຫຼວດ. ປັດຈຸບັນຍັງມີຮ່ອງຮອຍປະຫວັດສາດເຫຼືອຢູ່ບາງສ່ວນ ເຊັ່ນ ເຂດທີ່ກັ້ນໄວ້ພາຍໃນຖ້ຳ ເຊິ່ງເຄີຍເປັນບ່ອນຫຼົບໄພຂອງອະດີດເຈົ້າແຂວງຫຼວງພະບາງໃນປີ 1968.

ມື້ທີ 2

3. ຈຸດຊົມວິວຕາເວັນຂຶ້ນ

 ຈຸດຊົມວິວນີ້ຄຸ້ມຄ່າທີ່ຈະປີນຂຶ້ນໄປໃນທຸກເວລາ ແຕ່ຍາມຕາເວັນຂຶ້ນແມ່ນງາມເປັນພິເສດ. ມັນເປັນທາງທີ່ຊັນຫຼາຍ ແລະ ທ້າທາຍ ໃຊ້ເວລາປະມານ 1-1.5 ຊົ່ວໂມງ ຂຶ້ນກັບຄວາມແຂງແຮງຂອງຮ່າງກາຍ. ການເດີນທາງຂຶ້ນໄປຈະພາທ່ານຢູ່ເໜືອທະເລໝອກ ເພື່ອຊົມວິວ 360 ອົງສາຂອງຍອດພູ ແລະ ທົ່ງພຽງເບື້ອງລຸ່ມ. ຖ້າການຍ່າງຂຶ້ນບໍ່ເຮັດໃຫ້ທ່ານເມື່ອຍຈົນຫາຍໃຈບໍ່ທັນ, ຄວາມງາມຂອງວິວກໍຈະເຮັດໃຫ້ທ່ານຕົກສະຕຶງຈົນລືມຫາຍໃຈ.

4. ລ່ອງເຮືອຕາມລຳນ້ຳ

ທ່ານສາມາດຂຶ້ນເຮືອໂດຍສານໄປເມືອງງອຍຈາກໜອງຂຽວ ເຊິ່ງອອກເດີນທາງທຸກມື້ເວລາ 11:00 ແລະ 14:00 ຫຼື ຈະເໝົາເຮືອສ່ວນຕົວໄປກໍໄດ້. ທ່ານຈະໄດ້ເພີດເພີນກັບທິວທັດສອງຝັ່ງນ້ຳ ຜ່ານປ່າໄຜ່, ໝູ່ບ້ານດັ້ງເດີມ ແລະ ສວນຂອງຊາວບ້ານ. ຢ່າລືມສັງເກດເບິ່ງນົກກົວກະເຕັນສີຟ້າສົດໃສ ທີ່ມັກເກາະຢູ່ຕາມກິ່ງໄມ້ແຄມນ້ຳ.

5. ບ້ານສົບຄົງ / ຕາດໝອກ

ຖ້າທ່ານເດີນທາງດ້ວຍເຮືອສ່ວນຕົວ, ລອງແວ່ທີ່ບ້ານສົບຄົງກ່ອນຈະຮອດເມືອງງອຍ ເພື່ອຍ່າງໄປຊົມນ້ຳຕົກຕາດໝອກ. ບ້ານນີ້ມີປະຊາກອນປະມານ 400 ກວ່າຄົນ ເຊິ່ງສ່ວນໃຫຍ່ແມ່ນຊົນເຜົ່າກຶມມຸ. ເມື່ອຍ່າງຜ່ານໝູ່ບ້ານໄປຮອດທາງແຍກໃຫ້ລ້ຽວຂວາ ທ່ານຈະເຫັນປ້າຍນ້ອຍໆບ່ອນຊື້ປີ້ເຂົ້າຊົມນ້ຳຕົກ. ຊາວບ້ານອາດຈະເວົ້າພາສາອັງກິດບໍ່ໄດ້ ແຕ່ເຂົາເຈົ້າສາມາດຊີ້ບອກທາງໄປນ້ຳຕົກໄດ້ ເຊິ່ງທາງຍ່າງບໍ່ຍາກປານໃດ. ໝາຍເຫດ: ໃນລະດູຝົນທາງຈະເປື້ອນຫຼາຍ ແລະ ຕ້ອງໄດ້ຂ້າມນ້ຳຫຼາຍບ່ອນ. ແຕ່ທິວທັດລະຫວ່າງທາງແມ່ນງາມຫຼາຍ ທັງທົ່ງນາຂຽວງາມ ແລະ ປ່າດົງພົງໄພ. ຢ່າລືມກຽມນ້ຳດື່ມໄປນຳ.

6. ເມືອງງອຍ

ຄົງຈະຍາກທີ່ຈະຫາບ່ອນນອນເປພັກຜ່ອນໃນລາວທີ່ດີໄປກວ່າເມືອງງອຍ. ເມືອງທີ່ງຽບສະຫງົບແຫ່ງນີ້ ຖືກອ້ອມຮອບດ້ວຍພູສູງ ມີບັງກາໂລແຄມນ້ຳ ແລະ ຮ້ານອາຫານຫຼາຍບ່ອນໃຫ້ເລືອກ. ຖ້າທ່ານຢາກເຮັດກິດຈະກຳ, ເມືອງງອຍເປັນຈຸດເລີ່ມຕົ້ນທີ່ດີໃນການຍ່າງປ່າໄປຫາໝູ່ບ້ານຊົນເຜົ່າ ຫຼື ເຊົ່າເຮືອຄາຍັກ. ຍາມຕາເວັນຕົກດິນຢູ່ບ່ອນນີ້ແມ່ນງາມທີ່ສຸດ ດັ່ງນັ້ນຄວນກັບມາໃຫ້ທັນກ່ອນມືດ.

ມື້ທີ 3

7.ຖ້ຳກາງ + ບ້ານນາ

ຍ່າງອອກຈາກຕົວເມືອງພຽງ 30 ນາທີ ກໍຈະຮອດຖ້ຳກາງ. ມັນໜ້າສົນໃຈຍ້ອນມີນ້ຳໃສໆໄຫຼອອກຈາກປາກຖ້ຳ ເຊິ່ງເໝາະແກ່ການຫຼິ້ນນ້ຳ ຫຼື ກິນເຂົ້າປ່າ. ຄົນທ້ອງຖິ່ນຖືວ່ານ້ຳໃນຖ້ຳນີ້ເປັນນ້ຳສັກສິດ. ເຊັ່ນດຽວກັບຖ້ຳສ່ວນໃຫຍ່ໃນລາວ, ຖ້ຳກາງເຄີຍເປັນບ່ອນຫຼົບໄພໃນສະໄໝສົງຄາມ. ຂ້າງຖ້ຳມີຂົວໄຜ່ນ້ອຍໆຂ້າມໄປຫາທົ່ງນາທີ່ຂຽວງາມຄືກັບສີມໍລະກົດ. ມີຕູບນ້ອຍໆແຄມທາງທີ່ເໝາະແກ່ການນັ່ງພັກຜ່ອນ. ຖ້າມີແຮງເຫຼືອ, ສາມາດຍ່າງຕໍ່ໄປຫາບ້ານນາເພື່ອເບິ່ງວິຖີຊີວິດຊາວບ້ານ.

8. ທ່ຽວບ້ານສົບຈຳ

ບ້ານກຶມມຸແຫ່ງນີ້ເປັນໝູ່ບ້ານທີ່ງຽບສະຫງົບທີ່ສຸດແຫ່ງໜຶ່ງໃນລາວ. ພວກເຮົາແນະນຳໃຫ້ໄປທ່ຽວໃນຕອນເຊົ້າ ເພື່ອເບິ່ງເຮືອນທີ່ເຮັດດ້ວຍໄມ້ໄຜ່, ເດັກນ້ອຍຫຼິ້ນເຄື່ອງຫຼິ້ນທີ່ເຮັດເອງ, ແມ່ຍິງຕ່ຳແຜ່ນ ແລະ ຜູ້ຊາຍສານແຫ. ຖ້າທ່ານມັກບ່ອນນີ້, ກໍມີໂຮມສະເຕໃຫ້ພັກເຊົາເຊັ່ນກັນ.

ການເດີນທາງ

ການເດີນທາງ ມີ 2 ວິທີໃນການໄປໜອງຂຽວ ຄືລົດຕູ້ ແລະ ລົດເມ. ຄວນພັກຢູ່ໜອງຂຽວຢ່າງໜ້ອຍໜຶ່ງຄືນ ແລະ ເດີນທາງຕໍ່ໄປເມືອງງອຍດ້ວຍເຮືອ 1 ຊົ່ວໂມງ.

  • ລົດຕູ້: ຫຼວງພະບາງ ໄປ ໜອງຂຽວ (09:30); ໜອງຂຽວ ໄປ ຫຼວງພະບາງ (09:00, 11:00, 14:00).

  • ສະຖານີລົດເມສາຍເໜືອ: ຫຼວງພະບາງ ໄປ ໜອງຂຽວ (09:00, 11:00, 14:00).

  • ເຮືອ: ໜອງຂຽວ ໄປ ເມືອງງອຍ (11:00, 14:00); ເມືອງງອຍ ໄປ ໜອງຂຽວ (09:00).

  • ສູນຂໍ້ມູນການທ່ອງທ່ຽວໜອງຂຽວ: ເປີດຈັນ-ສຸກ (08:00 – 11:30 ແລະ 13:30 – 16:00).

ເລື່ອນຂຶ້ນເທິງ