ວັດຈອມເພັດ

ພາບລວມ

ຕັ້ງຢູ່ອີກຟາກໜຶ່ງ ຂອງຫຼວງພະບາງ ທ່ານສາມາດເພີດເພີນໄປກັບການຫາຍໃຈໃນກິ່ນອາຍຂອງເມືອງມໍລະດົກໂລກ ການໄປທ່ຽວຊົມວັດນີ້ທ່ານຈະຕ້ອງຂຶ້ນຂັ້ນໄດ 123 ຂັ້ນ ແຕ່ມັນກໍ່ຄຸ້ມຄ່າຫຼາຍ, ວັດແຫ່ງນີ້ສ້າງໂດຍຄົນໄທໃນປີ 1888 ແລະສະພາບຂອງວັດອາດຈະບໍ່ດີຫຼາຍ. ແຕ່ວ່າຢູ່ອ້ອມຮອບມີທິວທັດທຳມະຊາດທີ່ສວຍງາມຫຼາຍ, ເໝາະສົມສຳລັບການຖ່າຍພາບແບບພູມີປະເທດ, ແມ່ນໍ້າຂອງ ແລະ ຫຼວງພະບາງ. ຢູ່ເທິງສຸດຂອງຂັ້ນໄດມີພະທາດສອງໜ່ວຍ ທີ່ໃຊ້ເປັນບ່ອນເກັບກະດູກພັນລະຍາຂອງອະດີດກະສັດແຫ່ງຊາດລາວ.

  • ເປີດທຸກມື້ເລີ່ມຕັ້ງແຕ່ເວລາ 8:00 – 17:00 ໂມງແລງ.
  • ລາຄາປີ້: 10,000 ກີບຕໍ່ຄົນ.

ວິທີທີ່ດີທີ່ສຸດໃນການ ສຳຫຼວດວັດຈອມເພັດ ແມ່ນການເດີນທາງດ້ວຍລົດຖີບ ຫລືລົດຈັກ ທ່ານສາມາດເອົາລົດຂອງທ່ານຂື້ນເທິງເຮືອຂ້າມຟາກເພື່ອຂ້າມແມ່ນໍ້າຂອງໄປສູ່ອີກຟາກໜຶ່ງ ເຊິ່ງເປີດຕະຫຼອດມື້ ເພື່ອເດີນທາງໄປຮອດຈຸດໝາຍ ປາຍທາງ ຫລັງຈາກໄປຮອດທ່າຈອດເຮືອໃຫ້ຍ່າງຂຶ້ນພູ ລ້ຽວຂວາຮ່ວມທຳອິດຍ່າງຜ່ານບ້ານຊຽງແມນ. ໃຊ້ເວລາປະ ມານ 15 ນາທີຈື່ງໄປຮອດ ທ່ານສາມາດຂ້າມແມ່ນໍ້າຂອງໄດ້ຢູ່ທາງຫລັງຂອງຫໍພິພິທະພັນແຫ່ງຊາດ ໃຊ້ເວລາປະມານ 5 ນາທີ (ສຳລັບການລໍຖ້າເຮືອຂ້າມຟາກແມ່ນຈະຂື້ນກັບຈຳນວນຜູ້ໂດຍສານ) ການຂ້າມແມ່ນໍ້າຂອງໄປຫາເມືອງຈອມເພັດມີສອງວິທີຄື: ຂີ່ເຮືອຈັກ ແລະເຮືອຂ້າມບັກ (ເປີດທຸກມື້ເວລາ 6:00 ໂມງເຊົ້າ – 20:00 ໂມງ; ສຳລັບເຮືອຂ້າມບັກທ່ານສາມາດຂ້າມແມ່ນໍ້າຂອງໄດ້ຈົນເຖິງເວລາ 22:00)ຄ່າຂ້າມເຮືອບັກ 2 000 ກີບຕໍ່ຄົນ, 5,000 ກີບຕໍ່ຄົນທີ່ມີລົດຖີບ, 10,000 ກີບຕໍ່ຄົນທີ່ມີລົດຈັກ ແລະ 35.000 ກີບ ສຳລັບລົດໃຫຍ່, ປີ້ເຮືອ 5,000 ກີບຕໍ່ຄົນ).

  • ແຕ່ງຕົວໃຫ້ສຸພາບຮຽບຮ້ອຍ ກ່ອນເຂົ້າຊົມສະຖານທີ່ສັກສິດ
  • ເຄົາລົບພະສົງແລະສໍາມະເນນ, ສຳລັບແມ່ຍິງບໍ່ອະນຸຍາດໃຫ້ຖືກຕົວຂອງພະສົງແລະສຳມະເນນ.
  • ຫ້າມບໍ່ໃຫ້ສະແດງຄວາມຮັກໃນສະຖານທີ່ສາທາລະນະເຊັ່ນ: ການຈັບມື, ການຈູບ, ການກອດ.
  • ຫ້າມບໍ່ໃຫ້ຊື້ວັດຖຸໂບຮານໃດໆເພາະເປັນສິ່ງທີ່ຖືກຫ້າມ ແລະທ່ານຈະຖືກປັບໃໝ.
Scroll to Top