5 ເຫດຜົນທີ່ຄວນເຂົ້າຮ່ວມງານເທດສະການບຸນປີໃໝ່ລາວ ທີ່ຫຼວງພະບາງ
ປີໃໝ່ລາວເປັນເທດສະການທີ່ໃຫຍ່ທີ່ສຸດຂອງລາວ, ເປັນເທດສະການທີ່ສະເຫຼີມສະຫຼອງໃນຊ່ວງລະດູຮ້ອນຂອງທຸກໆປີ, ເປັນເທດສະການທີ່ຍິ່ງໃຫຍ່ ມີຈໍານວນເຂົ້າຮ່ວມເປັນຈໍານວນຫຼາຍ ຜູ້ຄົນອອກມາຫົດນໍ້າກັນ, ມີກິດຈະກໍາທາງວັດທະນະທໍາ ຕາມຮີດຄອງປະເພນີ ແລະ ກິດຈະກໍາອື່ນໆ ສະເຫຼີມສະຫຼອງກັນແບບຍາວໆຕະຫຼອດອາທິດ ທ່ານບໍ່ຄວນພາດໃນງານນີ້.
1. ກິດຈະກໍາຫົດນໍ້າ
 ຢູ່ຕາມເສັ້ນທາງຈະມີການຫົດນໍ້າກັນໃນມື້ເທດສະການ ໃຊ້ອຸປະກອນຕ່າງໆເຊັ່ນ: ຄຸ, ປືນສີດນໍ້າ ແລະ ອັນໃດກໍໄດ້ທີ່ສາມາດບັນຈຸນໍ້າໄດ້, ມາສີດໃສ່ກັບຜູ້ຄົນທີ່ເຂົ້າມາທ່ຽວ, ກິດຈະກໍາຫົດນໍ້າແມ່ນເລີ່ມຕັ້ງແຕ່ຕອນກາງເວັນໄປຈົນເຖິງ 6 ໂມງແລງ.

2. ຊົມຂະບວນແຫ່ຊ້າງ
 ເປັນໜື່ງໃນກິດຈະກໍາທ່ອງທ່ຽວທີ່ໜ້າສົນໃຈໃນຊ່ວງເທດສະການບຸນປີໃໝ່ລາວ, ເຊິ່ງຈັດຂຶ້ນໃນມື້ທໍາອິດ ປະກອບມີຊ້າງ 6 ໂຕ (ມີຊ້າງເຜືອກນໍາ), ປະດັບດ້ວຍເຄື່ອງທີ່ມີສີສັນແບບລາວເດີມ, ທ່ານບໍ່ສາມາດເຫັນໄດ້ທຸກວັນ ມີສະເພາະແຕ່ຊ່ວງເທດສະການນີ້ເທົ່ານັ້ນ, ຖ້າທ່ານໄດ້ເຫັນກໍຖືວ່າຄຸ້ມຄ່າແລ້ວ.

3. ການຕົບພະທາດຊາຍ
 ໃນລະຫວ່າງເທດສະການບຸນປີໃໝ່ລາວມີພິທີຕົບພະທາດຊາຍ, ຕົກແຕ່ງປະດັບປະດາຕາມແບບຂອງໃຜລາວ, ຕາມຄວາມເຊື່ອປ້ອງກັນບໍ່ໃຫ້ວິນຍານຊົ່ວຮ້າຍມາລົບກວນ, ສະຖານທີ່ຕົບພະທາດຊາຍແມ່ນດອນຊາຍມຸງຄຸນໃກ້ກັບບ້ານຊຽງແມນ, ເມືອງຈອມເພັດ.

4. ຂະບວນແຫ່ພະບາງ
 ເປັນຂະບວນທີ່ໂດດເດັ່ນໃນເທດສະການ, ເນື່ອຈາກພະບາງເປັນພະພຸດພະຮູບທີ່ມີຄວາມສໍາຄັນ ແລະ ສັກສິດ, ເປັນພະຄູ່ບ້ານຄູ່ເມືອງຂອງຊາວຫຼວງພະບາງ ເປັນທີ່ມາຂອງຊື່ແຂວງຫຼວງພະບາງ. ເມື່ອຢ້ອນກັບອາດີດ ປີ ຄ.ສ 1512 ພິທີອັນເຊີນພະບາງປະດິດສະຖານຈາກພະລາດຊະວັງ ໄປຫາວັດໃໝ່ ໂດຍມີພະສົງ 100 ຕົນ ເພື່ອເປັນສິຣິມຸງຄຸນ ແລະ ປະກອບພິທີທາງສາສະໜາ.

5. ຂະບວນແຫ່ທີ່ຍິ່ງໃຫຍ່
 ຂະບວນແຫ່ໃນເທດສະການບຸນປີໃໝ່ລາວເປັນກິດຈະກໍາທີ່ມີສີສັນທີ່ສຸດ, ມີຊາວບ້ານກວ່າພັນຄົນພາກັນແຕ່ງຊຸດຫຼາກຫຼາຍສີສັນ ເປັນຕົ້ນ ຊຸດປະດັບປະດາຊົນເຜົ່າມົ້ງ ໄປຈົນຮອດນັກເຕັ້ນລະບໍາທີ່ໃສ່ໜ້າກາກ, ຂະບວນສະຫຼອງເທດສະການບຸນປີໃໝ່ລາວຮ່ວມກັບຂະບວນແຫ່ນາງສັງຂານ, ງານປະກວດທີ່ຈັດຂຶ້ນໃນທຸກໆປີໃນຊ່ວງບຸນປີໃໝ່ລາວ, ກິດຈະກໍາການຫຼິ້ນນໍ້າແມ່ນເປັນໂອກາດດີທີ່ທ່ານຈະໄດ້ເຫັນວັດທະນະທໍາແບບພື້ນເມືອງລາວຢ່າງແທ້ຈິງ ໂດຍສະເພາະ ວັດທະນະທໍາການນຸ່ງຖືຂອງຊາວຫຼວງພະບາງ.