ມໍລະດົກໂລກຂອງຢູເນສໂກ

ໃນປີ 1995, ອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ຂອງສະຫະປະຊາຊາດ (UNESCO) ໄດ້ເລືອກເອົາເມືອງຫຼວງພະບາງເຂົ້າໃນບັນຊີມໍລະດົກໂລກ. ຄະນະກຳມະການກ່າວໄວ້ວ່າໂດຍສະເພາະແມ່ນໃຈກາງເມືອງເກົ່າຂອງຫຼວງພະບາງ. “ສະແດງໃຫ້ເຫັນຄວາມໂດດເດັ່ນ ຂອງການເຊື່ອມໂຍງຂອງສະຖາປັດຕະຍະກຳແບບດັ້ງເດີມ ກັບໂຄງສ້າງຕົວເມືອງ ແລະບັນດາຜູ້ປົກຄອງອານານິຄົມເອີຣົບໃນສະຕະວັດທີ 19 ແລະ 20, ໃນຄວາມພິເສດຂອງພູມສັນຖານທີ່ເປັນເອກະລັກສະເພາະຂອງຕົວເມືອງແມ່ນໄດ້ຖືກຮັກສາໄວ້ເປັນຢ່າງດີ. ເຮັດໃຫ້ມັນກາຍເປັນເວທີສຳຄັນສຳລັບການປະ ສົມປະເພນີຂອງສອງວັດທະນະທຳທີ່ແຕກຕ່າງກັນ.

 

3 ມາດຖານໃນຂໍ້ສະເໜີແນະຂອງການເປັນ UNESCO:

* ເງື່ອນໄຂ (ii): ຫຼວງພະບາງສະທ້ອນໃຫ້ເຫັນເຖິງການປະສົມປະສານພິເສດຂອງສະຖາປັດຕະຍະກຳແບບດັ່ງເດີມຂອງ ລາວ ແລະຕຶກອາຄານແບບສະໄໝນິຍົມຂອງເອີຣົບໃນສະຕະວັດທີ 19 ແລະ 20.

* ເງື່ອນໄຂ (iv): ຫຼວງພະບາງແມ່ນຕົວຢ່າງທີ່ໂດດເດັ່ນຂອງສະຖາປັດຕະຍະກຳ ທີ່ສັບຊ້ອນຂອງອາຄານສາສະໜາ. ການກໍ່ສ້າງທ້ອງຖິ່ນ ແລະອາຄານອານານິຄົມ

* ເງື່ອນໄຂ (v): ທິວທັດທີ່ເປັນເອກະລັກສະເພາະຂອງຫຼວງພະບາງໄດ້ຖືກຮັກສາໄວ້ເປັນຢ່າງດີ ເຮັດໃຫ້ເປັນເວທີສຳຄັນໃນການປະສົມປະສານຂອງສອງປະເພນີ ສອງວັດທະນະທຳທີ່ແຕກຕ່າງກັນ.

(ຮຽນຮູ້ເພີ່ມເຕີມກ່ຽວກັບອົງການ UNESCO ຄິກຢູ່ທີ່ນີ້.)

Scroll to Top