ແຂວງໄຊຍະບູລີ

ໄຊຍະບູລີ ເປັນແຂວງທີ່ມີຊ້າງຫຼາຍກວ່າໝູ່ໃນ ສປປ.ລາວ

ແຂວງໄຊຍະບູລີ ເປັນດິນແດນທີ່ເຕັມໄປດ້ວຍຊ້າງ ຈາກຫຼວງພະບາງໄປຫາ ໄຊຍະບູລີ ໃຊ້ເວລາເດີນທາງ 2 ຊົ່ວໂມງ, ມີລົດຕູ້ ແລະລົດເມເປີດໃຫ້ບໍລິການສະຖານີຂົນສົ່ງຜູ້ໂດຍສານສາຍໃຕ້, ຖ້າທ່ານຕ້ອງສໍາຜັດກັບຊ້າງໂຕເປັນໆຢູ່ແຂວງໄຊຍະບູລີຄືທາງເລືອກທີ່ດີທີ່ສຸດ, ເພາະມີຊ້າງຫຼາຍທີ່ສຸດໃນປະເທດລາວ, ໂດຍທົ່ວໄປນໍາໃຊ້ຊ້າງໃນການລາກແກ່ສິ່ງຂອງຈາກປ່າ, ແຕ່ໃນປັດຈຸບັນ ມີບໍລິການຂີ່ຊ້າງ ແລະມີສູນອານຸລັກຊ້າງລາວປະຈໍາຢູ່, ການເຮັດກິດຈະກໍາແມ່ນໃຊ້ເວລາ 2 ວັນ 1 ຄືນ.

ໄປໄຊຍະບູລີ ທ່ຽວໃສດີ?

ສູນອານຸລັກຊ້າງ ເປັນສະຖານທີ່ທີທ່ານຈະໄດ້ໃກ້ສິດກັບຊ້າງ, ມີສະພາບແວດລ້ອມທີ່ເຕັມໄປປດ້ວຍທໍາມະຊາດ ຕັ້ງຢູ່ຫ່າງໄກຈາກຕົວເມືອງ ອອກໄປ, ເປັນສູນອານຸລັກຊ້າງຂອງປະເທດລາວ, ເປັນໝູ່ບ້ານຂອງຊ້າງ, ເປັນສູນທີ່ເນັ້ນເລື່ອງສະຫວັດດີພາບຂອງສັດ, ທ່ານຈະໄດ້ໄປສຶກສາ ຮຽນຮູ້ກ່ຽວກັບຊ້າງຢູ່ໃນສູນແຫ່ງນີ້.

– ພວກເຮົາຈະບໍ່ໄດ້ນໍາເອົາຊ້າງອອກມາ ແຕ່ຈະນໍາພາທ່ານໄດ້ເຂົ້າໄປສູນຊ້າງທີ່ເປັນພື້ນທີ່ຂອງຊ້າງເອງ.

– ສາດມາດເຮັດກິດຈະກໍາຂີ່ຊ້າງໄດ້ຕະຫຼອດວັນ.

– ການທ່ຽວຊົມຂອງທ່ານແມ່ນມີປະໂຫຍດຫຼາຍ, ຊ່ວຍກໍ່ໃຫ້ເກີດກິດຈະກໍາທາງສັງຄົມ ແລະ ການັດທະນາສູນຊ້າງ.

– ສູນຊ້າງເປັນສູນເປັນສະຖານທີ່ໃຫ້ສະຫວັດດີພາບຂອງສັດ ແລະ ການຮຽນຮູ້.

 

ສາມາດເຮັດຫຍັງໄດ້ແດ່?

ກ່ຽວກັບຊ້າງ: ການຍ່າງປ່າໄປກັບຊ້າງ, ປ້ອນອາຫານຊ້າງ, ລ້ຽງຊ້າງ, ສູນຂໍ້ມູນຂ່າວສານ, ພິພິດຕະພັນຊ້າງ, ນິທັດສະການ, ສື່ຄວາມຮູ້ກ່ຽວກັບຊ້າງ ແລະ ຮ້ານຂາຍເຄື່ອງທີ່ລະນຶກ, ການປະສົມພັນຊ້າງ, ສຸຂະອະນາໄມຊ້າງ, ການຈະເລີນພັນ, ການສືບພັນ ແລະ ການຝຶກອົບຮົມກ່ຽວກັບຊ້າງ.

ສະຖານທີ່ພັກ: ມີເຮືອນບັງກະໂລ, ຫໍພັກ, ບ້ານພັກດ່ຽວ ແລະ ຄອບຄົວ, ຫ້ອງພັກທີ່ມີນໍ້າອຸ່ນ, ຮ້ານອາຫານ ແລະ ບາ.

ກິດຈະກໍາອື່ນໆ: ພາຍເຮືອກາຢັັກ, ໂຢຄະ, ນັກສະມາທິ, ກິດຈະກໍາອ້ອມກອງໄຟ ແລະ ສະລອຍນໍ້າທໍາມະຊາດ.

 

ການເດີນທາງ

ຈາກຫຼວງພະບາງ ທ່ານສາມາດໄປດ້ວຍລົດເມ ຂຶ້ນລົດຢູ່ທີ່ສະຖານີລົດໂດຍສານສາຍໃຕ້ ອອກເດີນທາງ 9 ໂມງເຊົ້າ ແລະ 2 ໂມງແລງທຸກໆມື້ ຫຼື ນັ່ງລົດຕູ້ທີ່ບໍລິສັດນາຫຼວງ ອອກເວລາ 8 ໂມງເຊົ້າ, ການເດີນທາງໃຊ້ເວລາ 2 ຊົ່ວໂມງ.

ກິດຈະກໍາ ແລະ ເທດສະການທີ່ແຂວງໄຊຍະບູລີ

ເທດສະການບຸນຊ້າງຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ເພື່ອເປັນການລະນຶກເຖິງຊ້າງ ທີ່ອາໄສຢູ່ປະເທດເຮົາ, ການສະເຫຼີມສະຫຼອງເປັນເວລາ 2 ວັນ, ໂດຍມີກິດຈະກໍາ ແລະ ການສະແດງກ່ຽວກັບຊ້າງ, ມີພິທີບາສີສູ່ຂວັນຊ້າງໃນມື້ທໍາອິດ ແລະ ມື້ທີສອງແມ່ນຂະບວນແຫ່ຊ້າງ, ພ້ອມທັງປະກວດຄັດເລືອກຊ້າງທີມີຄວາມສາມາດ. ໃນຖານະທີ່ເປັນສັນຍາລັກ ແລະ ມີຄວາມເຊື່ອມໂຍງທາງປະຫວັດສາດໃນປະເທດລາວ, ຊ້າງຈຶ່ງເປັນສັດທີ່ຢູ່ຄຽງຄູ່ ແລະ ຢູ່ໃນຈິດໃຈຂອງຄົນລາວຕະຫຼອດມາ, ເທດສະການຊ້າງຄືການສະເຫຼີມສະຫຼອງວັດທະນະທໍາ ແລະ ຄວາມສໍາພັນແບບດັ້ງເດີມ ລະຫວ່າງປະຊາຊົນລາວ ກັບຊ້າງ, ເທດສະການຊ້າງສາມາດເຂົ້າຮ່ວມໄດ້ຟຼີ, ໃນງານມີການສະແດງສົດຈາກສິລະປິນລາວ ແລະ ຕ່າງປະເທດ, ນອກຈາກນີ້ຍັງມີຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າຜະລິດຕະພັນທ້ອງຖິ່ນນໍາດ້ວຍ.

Scroll to Top