ແຂວງອຸດົມໄຊ

ອຸດົມໄຊ ເປັນແຂວງໜຶ່ງທີ່ໃຫຍ່ໃນພາກເໜືອຂອງລາວ, ໄລຍະທາງໃນການເດີນທາງໄປ ປະມານ 5 ຊົ່ວໂມງ,ອ້ອມຮອບໄປດ້ວຍພູເຂົາສີຂຽວອຸ່ມຮຸ່ມ ມີແມ່ນໍ້າສາຍຫຼັກໄຫຼຜ່ານແຂວງຄື: ນໍ້າອູ, ນໍ້າແບງ, ນໍ້າທາ. ແຂວງນີ້ມີຊົນເຜົ່າອາໄສຢູ່ 23 ຊົນເຜົ່າ ເຊິ່ງລວມທັງ ກຶມມຸ, ມົ້ງ, ລາວລຸ່ມ, ແຕ່ລະຊົນເຜົ່າກໍຈະມີພາສາ ແລະ ປະເພນີເປັນຂອງຕົນເອງທີ່ມີຄວາມແຕກຕ່າງກັນ.

ຖ້າທ່ານຕ້ອງການໄປທ່ຽວວັດຢູ່ແຂວງອຸດົມໄຊ ກໍມີວັດທີ່ໜ້າສົນໃຈຄື: ວັດພູທາດ, ເປັນວັດທີ່ມີຊື່ສຽງຂອງແຂວງ ເມື່ອທ່ານໄດ້ເດີນທາງມາແລ້ວຖ້າທາກບໍ່ໄດ້ມາວັດນີ້ກໍເທົ່າກັບວ່າ ບໍ່ໄດ້ມາຮອດອຸດົມໄຊ, ວັດນີ້ຕັ້ງຢູ່ຈອມພູຢູ່ໃຈກາງເມືອງໄຊ ເຊິ່ງເປັນເປັນເມືອງເອກຂອງແຂວງອຸດົມໄຊ, ໃນຂະນະທີ່ທ່ານທ່ຽວຊົມວັດຢູ່ນັ້ນ ທ່ານຈະບໍ່ໄດ້ຊົມສະເພາະແຕ່ຄວາມງາມຂອງວັດເທົ່ານັ້ນ ແຕ່ຈະໄດ້ເຫັນລວດລາຍສິລະປະຂອງເຜົ່າລື້ທີ່ສ້າງວັດນີ້ ໃນສັດຕະວັດທີ 14 ແລະທ່ານຍັງສາມາດຊົມທິວທັດແບບ 360 ອົງສາ.

ສໍາລັັບການໄປຊື້ເຄື່ອງຂອງນັ້ນ ສູນການຜະລິດ ແລະການຕະຫຼາດຂອງອຸດົມໄຊ ຈະສົ່ງເສີມການຈໍາໜ່າຍສິນຄ້າທ້ອງຖິ່ນທີ່ເປັນສິນຄ້າທາງດ້ານຫັດຖະກຳ ທີ່ເຮັດໂດຍຊາວບ້ານເອງ, ມີກະເປົາທີ່ຜະລິດຈາກວັດສະດຸທຳມະຊາດ ເຊັ່ນດຽວກັນມີແຜ່ນແພທີ່ຖັກ ແລະຍ້ອມສີຈາກທໍາມະຊາດ. ກ່ອນເດີນທາງໄປຮອດເມືອງໄຊ ຈະມີນໍ້າຕົກຕາດຫຼັກສິບເອັດ ແມ່ນແຕ່ຊື່ນໍ້າຕົກຕາດກໍບົ່ງບອກເຖິງລັກສະນະນໍ້າຕົກ ເຊິ່ງນໍ້າຕົກແຫ່ງນີ້ມີ 11 ຊັ້ນ, ເປັນນໍ້າຕົກຕາດທຳມະຊາດສີຂຽວມໍລະກົດ ອ້ອມຮອບໄປດ້ວຍປ່າໄມ້ອັນຂຽວສົດງົດງາມ, ຊາວບ້ານມັກໄປພັກຜ່ອນຢູ່ຕາດແຫ່ງນີ້.

ນ້ຳກັດຢໍລະປາ

ກັດເປັນພາສາກຶມມຸທີ່ແປວ່າ: ເຍືອກເຢັນ, ຢໍລະ ແປວ່າ ໄປທ່ຽວ, ນໍ້າກັດຢໍລະປາ ເປັນແຫຼ່ງທ່ຽວໃໝ່ຂອງແຂວງ, ມີຣີສອດຕັ້ງຢູ່ແຄມຫ້ວຍນໍ້າກາງໃຈປ່າ, ມີເນື້ອທີ່ 37,500 ໄລ່, ເຖິງຈະມີຄວາມຫຼູຫຼາ ແຕ່ກໍມີຄວາມກົມກືນກັບທໍາມະຊາດ ແລະສົ່ງເສີມໃຫ້ເກີດລາຍໄດ້ຂອງປະຊາຊົນໃນທ້ອງຖິ່ນ, ເມື່ອທ່ານເຂົ້າໄປບ່ອນຕ້ອນຮັບກໍຈະເຫັນສະຖາປັດຕະຍະກໍາທີ່ເຮັດຈາກໄມ້ທາງດ້ານໜ້າຂອງທາງເຂົ້າ, ພາຍໃນຣີສອດມີບ້ານພັກ 31 ຫຼັງ, ມີ 4 ຫຼັງທີ່ມີສະລອຍນໍ້າພ້ອມ.

ພາຍໃນບໍລິເວນຣີສອດ ກໍຈະມີຜັກປອດສານພິດ, ສວນສະຕໍເບີຣີ, ອາງຸ່ນ, ມີສະປາໄວ້ຄອຍບໍລິ ການສໍາລັບທ່ານທີ່ຕ້ອງການພັກຜ່ອນ ແລະບ່ອນທີ່ມີຄວາມນິຍົມຫຼາຍແມ່ນສູນອອກກໍາລັງກາຍກາງແຈ້ງ ສາມາດເບິ່ງເຫັນລໍາທານ, ພາຍໃນຫ້ອງພັກສາມາດເບິ່ງເຫັນທິວທັດສະນິຍະພາບຂອງພູຜາປ່າໄມ້ໄດ້, ພະນັກງານສ່ວນໃຫຍ່ເປັນຊົນເຜົ່າກຶມມຸ ທີ່ອາໄສຢູ່ບໍລິເວນນັ້ນ, ນັກທ່ອງທ່ຽວສາມາດພັກຢູ່ໂຮມສະເຕ ແລະເຮັດກິດຈະກໍາຮ່ວມກັບຊາວ ບ້ານໄດ້.

ເຈົ້າຂອງຣີສອດໄດ້ສ້າງແຫຼ່ງທ່ອງທ່ຽວທີ່ສາມາດເຮັດກິດຈະກໍາປະຈົນໄພໄດ້ ເພື່ອໃຫ້ຊາວບ້ານ ແລະນັກທ່ອງທ່ຽວສາມາດເພີດເພີນກັບກິດຈະກໍາທີ່ຫຼາກຫຼາຍ ແລະ ມີຜົນກະທົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ

ກິດຈະກໍາມີດັ່ງນີ້:

  • ໂອ່ນສະລິ່ງ
  • ການຢ່ອນໂຕ
  • ການຂີ່ລົດຖີບ
  • ຍ່າງປ່າ
  • ປີນຜາ
  • ພັກຜ່ອນຢູ່ເຮືອນເທິງຕົ້ນໄມ້
  • ຂີ່ຊ້າງ
  • ກິດຈະກໍາການເຮັດນາ
  • ຂັບລົດໂຟວິນປະຈົນໄພໃນປ່າ
  • ລອຍນໍ້າ
Scroll to Top