ປະເພນີໃສ່ບາດ
ພາບລວມ
ການໃສ່ບາດ ແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາຄຽງຄູກັບຄົນລາວເປັນເວລາດົນນານ. ທຸກໆເຊົ້າປະຊາຊົນຈະເອົາເຂົ້າປາອາຫານມາໃສ່ບາດໃຫ້ແກ່ພະສົງ ແລະສຳມະເນນ ຕາມໃນຕົວເມືອງຫຼວງພະບາງ.
ເວລາ
ການໃສ່ບາດຈະເລີ່ມແຕ່ເຊົ້າມືດຂອງທຸກໆມື້ເວລາປະມານ 5:30 – 6:30 ໂມງ ໃນລະຫວ່າງເດືອນມີນາເຖິງເດືອນຕຸລາ ແລະເດືອນພະຈິກເຖິງເດືອນທັນວາ, ຈະເລີ່ມປະມານ 6:00 ໂມງເຊົ້າຫາ 7:00 ເຊົ້າ ເພາະວ່າຢູ່ໃນໄລຍະລະດູໜາວ ທ້ອງຟ້າຈະມືດມົວ ແລະແຈ້ງຊ້າ.
ການເຂົ້າເຖິງ
ພິທີໃສ່ບາດໃນຕອນເຊົ້າແມ່ນຈະມີຢູ່ໃນທຸກໆວັດຂອງແຂວງຫລວງພະບາງ. ແຕ່ຂະບວນໃຫຍ່ກ່ວາບ່ອນອື່ນ, ພວກເຮົາສາມາດເຫັນໄດ້ທີ່ຖະໜົນສີສະຫວ່າງວົງ ຕໍ່ໜ້າວັດຊຽງທອງ ຕໍ່ໜ້າໂຮງຮຽນຫຼວງພະບາງ ແລະຕໍ່ໜ້າຫໍພິພິທະພັນແຫ່ງຊາດຫຼວງພະບາງ.
ລາຍລະອຽດ
ຖ້າທ່ານຕ້ອງການໃສ່ບາດ ຄວນນຸ່ງເຄື່ອງທີ່ສຸພາບ ແລະ ເຄົາລົບວັດທະນະທຳ ຢູ່ທີ່ນີ້. ແຕ່ຖ້າທ່ານບໍ່ມີຈຸດປະສົງໃນການໃສ່ບາດ ທ່ານສາມາດຢ້ຽມຊົມ(ຢືນເບີ່ງ)ໃຫ້ຫ່າງຈາກຈຸດທີ່ພະສົງຍ່າງ ແລະ ປະພຶດຕົນເອງໃຫ້ເໝາະສົມບໍ່ຄວນກີດ ຂວາງເສັ້ນທາງທີ່ພະສົງ ແລະ ສາມະເນນຈະຍ່າງຜ່ານ ຫຼືບ່ອນທີ່ຜູ້ຄົນໃສ່ບາດ.
- ສຳລັບການໃສ່ບາດ ທ່ານສາມາດຊື້ເຂົ້າ, ປາ, ອາຫານລ່ວງໜ້າໄດ້ທີ່ຕະຫລາດເຊົ້າ ເພື່ອກະກຽມ ຫຼື ທ່ານສາ ມາດຊື້ນຳແມ່ຄ້າທີ່ຂາຍຢູ່ຕາມແຄມທາງ ໃກ້ກັບບ່ອນໃສ່ບາດໄດ້.
- ກະລຸນາຢ່າຖ່າຍຮູບພະສົງ ແລະສຳມະເນນ ໃນໄລຍະໃກ້ສິດເກີນໄປ, ເນື່ອງຈາກແສງແຟັດຈະລົບກວນພະສົງ, ສຳມະເນນ ແລະ ປະຊາຊົນ.
- ກະລຸນາແຕ່ງຕົວທີ່ສຸພາບຮຽບຮ້ອຍ ໂດຍສະເພາະແມ່ນບ່າໄຫລ່, ໜ້າເອິກ ແລະ ຂາ ຄວນປົກຄຸມ.
- ກະລຸນໃສ່ບາດດ້ວຍຄວາມເຄົາລົບ ແລະ ເປັນລະບຽບຮຽບຮ້ອຍ ແມ່ຍິງຫ້າມແຕະຕ້ອງພະສົງ ສຳມະເນນເດັດຂາດ ແລະ ຄວນຢືນ ຫຼືື ສັງເກດເບິ່ງ ໃນໄລຍະຫ່າງປະມານ 5 ແມັດ.
- ລົດບັນທຸກຂະໜາດໃຫຍ່ແມ່ນຫ້າມບໍ່ໃຫ້ເຂົ້າໃນຕົວເມືອງຫຼວງພະບາງ ແລະ ເຂດມໍລະດົກໂລກ, ເພາະເປັນການລົບກວນ ແລະ ມີຄວາມຫຍຸ້ງຍາກໃນການສັນຈອນ.
- ຫ້າມຕິດຕາມຂະບວນຂອງພຣະສົງໂດຍການຂັບຂີ່ລົດ, ເພາະວ່າທ່ານຈະສູງຢູ່ກວ່າພະສົງ ແລະ ສໍາມະເນນ ເຊິ່ງຄົນລາວຖືວ່າບໍ່ເຄົາລົບ.
- ມີສ່ວນຮ່ວມໃນການໃສ່ບາດດ້ວຍຄວາມເຄົາລົບຕໍ່ສິ່ງສັກສິດ ແລະ ເຊີດຊູຄວາມງົດງາມຂອງພຸດທະສາສະໜາ.
ປະຫວັດຄວາມເປັນມາ
ການໃສ່ບາດແມ່ນປະເພນີທາງພຸດທະສາສະໜາຂອງຄົນລາວ ທີ່ສືບທອດປະຕິບັດກັນມາໄປຄຽງຄູ່ກັບຄົນລາວເປັນເວລາດົນນານ. ທຸກໆຕອນເຊົ້າປະຊາຊົນເອົາເຂົ້າປາອາຫານ, ເຂົ້າຕົ້ມ, ເຂົ້າໜົມ ໄປໃສ່ບາດໃຫ້ແກ່ພະສົງສຳມະເນນໃນເມືອງຫຼວງພະບາງ. ສຳລັບນັກທ່ອງທ່ຽວທີ່ມີຈຸດປະສົງໃນການໃສ່ບາດ ກະລຸນາປະຕິບັດຕາມຂໍກຳນົດກົດລະບຽບຂອງປະເພນີລາວໃນການໃສ່ບາດໃຫ້ເຂັ້ມງວດ ແລະ ຖືກຕ້ອງ.
ການໃສ່ບາດເລີ່ມແຕ່ເວລາ 5 ໂມງ 30 ນາທີຂອງແຕ່ລະເຊົ້າ ແລະ ທ່ານຈະເຫັນພະສົງສຳມະເນນນຸ່ງຜ້າເຫຼືອງ ພາຍບາດ ຍ່າງຕາມແຄມທາງ ແລະ ຈະມີປະຊາຊົນຊົນທ້ອງຖິ່ນກະກຽມສິ່ງຂອງຕ່າງໆເຊັ່ນ: ເຂົ້າ, ປາ ແລະ ອາຫານ ເພື່ອລໍຖ້າພະສົງສຳມະເນນຍ່າງຜ່າມາ ຈາກນັ້ນພວກເຂົາຈະນຳເຂົ້າ ແລະ ອາຫານໃສ່ລົງໄປໃນບາດຂອງພຣະສົງສຳມະເນນເປັນແຖວຕໍ່ໆໄປຈົນຈົບຂະບວນ ແລະ ໃນລະຫວ່າງໃສ່ບາດນັ້ນ ຕ້ອງໄດ້ຮັກສາຄວາມສະຫງົບ.
ປະເພນີ ແລະ ພຸດທະສາສະໜາ ທີ່ສຳຄັນຂອງສິ່ງດີໆນີ້ ເພື່ອເປັນສ່ວນໜຶ່ງ ຂອງກິດຈະກຳການທ່ອງທ່ຽວທີ່ສຳຄັນໂດຍປົກກະຕິແລ້ວ, ນັກທ່ອງທ່ຽວສ່ວນຫຼາຍແມ່ນໄປເບິ່ງພິທີຖະຫວາຍທານໃນຕອນເຊົ້າຢູ່ຖະໜົນສາສະນາຣາມ ແລະ ສະຖານທີ່ແຫ່ງນີ້ບາງຄັ້ງກໍ່ມີຄົນໄປມາຢ່າງຫຼວງຫຼາຍ, ເຊິ່ງເຕັມໄປດ້ວຍນັກທ່ອງທ່ຽວ ເພື່ອເບິ່ງວິວທີ່ສວຍງາມ ແລະ ເໝາະສົມ, ທ່ານອາດຈະຄົ້ນຫາສະຖານທີ່ອື່ນໆອີກໃນເມືອງ.